ໄຂກອງປະຊຸມລັດຖະມົນຕີວ່າການກະຊວງການຄ້າບັນດາປະເທດເຂົ້າຮ່ວມການເຈລະຈາTPP

ໄຂກອງປະຊຸມລັດຖະມົນຕີວ່າການກະຊວງການຄ້າບັນດາປະເທດເຂົ້າຮ່ວມການເຈລະຈາTPP - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 29/7 (ຕາມ​ເວລາ ຫວຽດນາມ), ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ຄູ່​ຮວມມື​ຂ້າມ​ປາຊີ​ຟີ​ກ (TPP) ​ໄດ້​ເລີ່​ມດຳ​ເນີນ​ຮອບ​ເຈລະຈາ​ໃໝ່​ຢູ່ Hawaii, ປະ​ເທດ ອາ​ເມ​ລິ​ກາ. ນີ້​ໄດ້​ຖື​ວ່າ​ແມ່ນ​ກາລະ​ໂອກາດ​ສຸດ​ທ້າຍ ​ເພື່ອ​ໃນ 12 ປະ​ເທດ​ບັນລຸ​ໄດ​້ຂໍ້​ຕົກລົງ​ໃນ​ປີ​ນີ້, ກ່ອນ​ທີ່​ປະ​ເທດ ອາ​ເມ​ລິ​ກາ ​ກ້າວເຂົ້າ​ສູ່ການ​ເລືອກ​ຕັ້ງ​ປີ 2016. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວູຮຸຍ​ຮ່ວາງ ນຳ​ໜ້າ. ​ໄດ້​ເຂົ້າ​ຮ່ວມຮອບ​ເຈລະຈາ​ເປັນ​ເວລາ 4 ວັນ​ນີ້​​ຄາດ​ວ່າ: ຈະ​ສຸມ​ໃສ່​ເຂົ້າ​ໃນ​​ບັນ​ຫາ​ຫຍຸ້ງຍາກ​ທີ່​ຍັງ​ຄົງ​ຄ້າງລະຫວ່າງ​ບັນດາ​ປະ​ເທດ​ຄື: ຂໍ້​ກຳນົດ​ກ່ຽວ​ກັບ​ສິດຊັບ​ສິນ​ທາງ​ປັນຍາ, ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ, ບັນດາ​ມາດຕາ​ກ່ຽວ​ກັບ​ຕະຫລາດ​ແຮງ​ງານ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ…​ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ​ທີ່ສຳຄັນ​ຂອງ​ຮອບ​ເຈລະຈາຄັ້ງ​ນີ້​ແມ່ນ ​ເລື່ອງ ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ຊຶ່ງ​ແມ່ນ 2 ຄູ່​ຮ່ວມ​ມື​ໃຫຍ່​ທີ່​ສຸດ​ໃນ TPP ຈະສາມາດ​ອັດ​ຄືນ​ບັນດາການ​ເຈລະຈາ​ກ່ຽວ​ກັບ​ການ​ແຊກ​ຊຶມ​ເຂົ້າ​ຕະຫລາດ​ຜະລິດ​ຕະພັນ​ກະ​ເສດ ​ແລະ ລົດ​​ໂອ​ໂຕ​ຂອງ​ກັນ​ຫລື​ບໍ່.

ຂ່າວ/ບົດ​ອື່ນ