ໄຂກອງປະຊຸມລັດຖະມົນຕີໂທລະຄົມແລະເຕັກໂນໂລຊີຂໍ້ມູນຂ່າວສານອາຊຽນ

ໄຂກອງປະຊຸມລັດຖະມົນຕີໂທລະຄົມແລະເຕັກໂນໂລຊີຂໍ້ມູນຂ່າວສານອາຊຽນ - ảnh 1
(ໄຂກອງປະຊຸມລັດຖະມົນຕີໂທລະຄົມ
ແລະເຕັກໂນໂລຊີຂໍ້ມູນຂ່າວສານອາຊຽນ)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 26/11, ເຂົ້າ​ຮ່ວມ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ໂທ​ລະ​ຄົມ​ ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ (IT) ອ​າຊ​ຽ​ນ ຢູ່​ດ່ານັ້ງ, ມີ​ລັດ​ຖະ​ມົນ​ຕີ​ຜູ້​ຮັບ​ຜິດ​ຊອບ​ກ່ຽວ​ກັບໂທ​ລະ​ຄົມ​ ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ທີ່​ມາ​ຈາກ 10 ປະ​ເທດ​ອາຊຽນ ແລະ ບັນ​ດາ​ຝ່າຍ​ຄູ່​ເຈ​ລະ​ຈາ​ແມ່ນ ຍີ່​ປຸ່ນ, ຈີນ, ສ.ເກົາ​ຫຼີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ເລ​ເລືອງ​ມິງ ແລະ ທ່ານ Malcolm Johnson, ຮອງ​ເລ​ຂາ​ທິ​ການ​ໃຫຍ່ພັດ​ທະ​ມິດ​ໂທ​ລະ​ຄົມ​ໂລກ (ITU). ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ແມ່ນ “ມຸ່ງ​ໄ​ປ​ເຖິງ​ປະ​ຊາ​ຄົມ​ອາ​ຊຽນ ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ​ມີ​ຄວາມປອດ​ໄພ ແລະ ໝັ້​ນ​​ຄົງ​ເຂັ້ມ​ແຂງ​ບົນ​ພື້ນ​ຖານ​ລະ​ບົບ​ດີ​ຈີ​ຕອນ”. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ ໄດ້​ຍົກ​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ເລື່ອງ​ສິ້ນ​ສຸດ​ການ​ຜັນ​ຂະ​ຫຍາຍ​ແຜ​ນ​ການ​ສັງ​ລວມກ່ຽວ​ກັບ​ໂທ​ລະ​ຄົມ ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າ​ວສານອາ​ຊຽນ ໃນ​ໄລ​ຍະ 2010 – 2015; ປະ​ກາດ​ແຜນ​ການ​ສັງ​ລວມ​ກ່ຽວ​ກັບໂທ​ລະ​ຄົມ​ແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານອ​າຊ​ຽ​ນ (AIM 2020). ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ເນັ້ນ​ໜັກ​ວ່າ.

      “ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ກອ​ງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ບັນ​ດາ​ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິ​ງ​ຄື​ດັ່ງ​​ນີ້: ທີ່​ໜຶ່ງ​ແ​ມ່ນ, ໃ​ຫ້​ບຸ​ລິ​ມະ​ສິດ​ບັນ​ດາ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ຮັດ​ແຄບຊ່ອງວ່າງ​ດີ​ຈີ​ຕອ​ນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ລະ​ຫວ່າງ​​ຕົວ​ເມືອງ ແລະ ຊົນ​ນະ​ບົດ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ລ້ວນ​ແຕ່ມີ​ໂອ​ກາດ​ນຳ​ໃຊ້​ການ​ບໍ​ລິ​ການ ແລະ ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວ​ສານ​​ຢ່າງມີ​ຄວາມ​ສະ​ເໝີ​ພາບ, ມຸ່ງ​ໄປ​ເຖິງ​​ເປົ້າ​ໝາຍ​ພັດ​ທະ​ນາ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ໃນ​ພາກ​ພື້​ນ. ທີ່ 2 ແມ່ນ​ພັ​ດ​ທະ​ນາ​ເຕັກ​ໂນ​ໂລ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ ​ຄວນ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​​ແບ​ບ​ຍືນ​ຍົງ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ ຫຼຸດ​ຜ່ອນ​ບັນ​ດາ​ປັດ​ໃຈ​ທີ່ຫຍໍ້​ທໍ້​​ສົ່ງ​ຜົນ​ກະ​ທົບ​ເຖິງ​​ສະ​ພາບແວດ​ລ້ອມ​ສັງ​ຄົມ, ເສີມ​ຂະ​ຫຍາຍ​ບົດ​ບາດ​ພື້ນ​ຖານ ແລະ ກຳ​ລັງ​ໜູນ​ພັດ​ທະ​ນາ​ຂອງ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິ​ດ​ອື່ນ. ທີ່ 3 ແມ່ນ​ຍູ້​ແຮງ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ສ້າງ​ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂ​ໍ້​ມູນ​ຂ່າ​ວ​ສານ, ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​​ຂົງ​ເຂດ​ໂຄງ​ລ່າງ​ເສດ​ຖ​ະ​ກິດ​ສັງ​ຄົມ. ທີ່ 4  ແມ່ນ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຄວນສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ​ໃຫ້​ແກ່​ການ​ເຄື່ອນ​ໄຫ​ວ​ສຳ​ພັດ ແລະ ແບ່ງ​ປັນ​ຂໍ້​ມ​ູນ​ລະ​ຫວ່າງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ ແລະ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ນຳ​ກັນ”.

ຂ່າວ/ບົດ​ອື່ນ