ໄຂກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 22

ໄຂກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 22 - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:vtv

(vovworld)- ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ22 (AEM Retreat 22)  ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 3/3 ຢູ່ ຊຽງ​ໃຫມ່ ປະ​ເທດ​ໄທ. ເຂົ້າ​ຮ່ວມກອງ​ປະ​ຊຸມ ມີ​ບັນ​ດາ​ລັດ​ຖະ​ມົນ​ຕີ, ເຈົ້າ​ຫນ້າ​ທີ່ເສດ​ຖະ​ກິດຂັ້ນ​ສູງບັນ​ດາ​ປະ​ເທດ ອາ​ຊຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມີງ, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ ຫງວຽນ​ເກີມ​ຕູ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ນຳ​ຫນ້າ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ. ນີ້​ແມ່ນກອງ​ປະ​ຊຸມ​ປະ​ຈຳ​ປີ​​ທີ່ສຳ​ຄັນເພື່ອ​ໃຫ້​ບັນ​ດາ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ 10 ປະ​ເທດ ອາ​ຊຽນ ແລກ​ປ່ຽນ, ເປັນ​ເອ​ກະ​ພາບ​ວາງ​ທິດ​ທາງ​ໃຫຍ່ ແລະ ບັນ​ດາ​ບຸ​ລິ​ມະ​ສິດ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊຽນ ກໍ​ຄື​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ສຳ​ເລັດ​ເມື່ອ​ວັນ​ທີ 31/12/2015.

 ບັນ​ດາ​ເນື້ອ​ໃນ​ລ​ະ​ອຽດ​ຊື່​ງ​ໄດ້​ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ລວມ​ມີ: ບັນ​ດາ​ຄາດ​ໝາຍ​ບຸ​ລິ​ມະ​ສິດ​ໃນ​ອາ​ຍຸ​ການ​ປະ​ທານ​ອາ​ຊຽນ 2016 ຂອງ​ລາວ, ບັນ​ດາ​ຂໍ້​ສະ​ເຫນີ​ຂອງ​ຫນ່ວຍ​ວຽກ​ງານ​ຂັ້ນ​ສູ​ງ​ເສດ​ຖະ​ກິດ ໃຫ້​ແກ່​ບັນ​ດາ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ເພື່ອ​ຊຸກ​ຍູ້​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ, ວິ​ວັດ​ການ​ເຈ​ລະ​ຈາ ແລະ ບັນ​ດາ​ຂໍ້​ສະ​ເຫນີ​ຍູ້​ໄວ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ.

ທີ່ການ​ເຮັດ​ວຽກ​ໃນຕອນ​ບ່າຍ​ວັນ​ທີ 3/3, ບັນ​ດາ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ແລະ ຄະ​ນະ​ຜູ້​ແທນ​ ການ​ຄ້າ ສະ​ຫະ​ພາ​ບ​ເອີ​ລົບ ດຳ​ເນີນ​ການ​ທາບ​ທາມ​ຮ່ວມ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ.  

ຂ່າວ/ບົດ​ອື່ນ