ໄຂກອງປະຊຸມສຸດຍອດ EU ປຶກສາຫາລືກ່ຽວກັບຜົນຮ້າຍຢ້ອນຫຼັງຂອງ Brexit

ໄຂກອງປະຊຸມສຸດຍອດ EU ປຶກສາຫາລືກ່ຽວກັບຜົນຮ້າຍຢ້ອນຫຼັງຂອງ Brexit - ảnh 1
ປະ​ທານ EU ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ
(ພາບ: VGP/OLIVIER HOSLET)

(vovworld) - ວັນ​ທີ 28/06, ສະ​ຫະ​ພາບ​ເອີ​ລົບ (EU) ເລີ່ມ​ດຳ​ເນີນກອງ​ປະ​ຊຸມ​ຍຸດ​ຍອດ​ທີ່​ແກ່​ຍາວ​ເປັນ​ເວ​ລາ 2 ວັນ (ແຕ່​ວັນ​ທ​ີ 28 – 29/06), ຢູ່ບ​ຣຸກ​ແຊນ, ປະ​ເທດ​ແບນ​ຊິກ ເພື່ອ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ບັນ​ດາ​ຜົນ​ຮ້າຍ​ຢ້ອນ​ຫຼັງ, ພາຍ​ຫຼັງ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດ ​ຫຼາຍ​ຄົນ​ໄດ້ປ່ອນ​ບັດ​ສະ​ໜັບ​ສະ​ໜູນ​ໃຫ້​ຖອນ​ອອກ​ຈາກ EU (ຫຼືເອີ້ນ​ວ່າ Brexit). ເຂົ້າ​ຮ່ວມວາ​ລະປະ​ຊຸມ​ສຸດ​ທ້າຍ​ຂອງ​ຕ​ົນ​ທີ່ກອ​ງ​ປະ​ຊຸມ​ສຸດຍອດ EU ດ້​ວຍ​ຖາ​​ນະ​ເປັນ​ການ​ນຳ​ຂອງ​ປະ​ເທດ​ສະ​ມາ​ຊິກ ໃນ​ວັນ​ທີ 28/06, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ຢືນ​ຢັນ​ວ່າ, ອັງ​ກິດ ແລະ EU ຄວນ​ຮັກ​ສາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ຢ່າງ​ສະ​ນິດ​ແໜ້ນ​ທີ່​ສາ​ມາດ​ປະ​ຕິ​ບັດ​ໄດ້ ແລະ ໜຶ່ງ​ໃນ​ບັນ​ດາ​ປັດ​ໃຈ​ສຳ​ຄັນ​ເພື່​ອ​ປະ​ຕິ​ບັດ​ສິ່ງ​ດັ່ງ​ກ່າວ​ແມ່ນ​ການ​ປະ​ຕິ​ຮູບ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ David Cameron ກໍ່​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ຕົນ ແລະ ​ເວ​ລາ​ການຄາດ​ຄະ​ເນ​ເພື່ອ​ໃຫ້​ອັງ​ກິດ ​ມີ​ຜູ້​ສືບ​ທອ​ດ​​ຕຳ​ແໜ່ງໃນ​ເດືອນ 09 ຈະ​ມາ​ເຖິງ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ David Cameron ປະ​ຕິ​ເສດ​ຄຳ​ຮຽ​ກ​ຮ້ອງ​ຂອງ​ບັນ​ດາ​ການ​ນຳ​ອື່ນ​ກ່ຽວ​ກັບ​ການ​ເລີ່ມ​ດຳ​ເນີນ​ຂັ້ນ​ຕອນ​ນຳ​​ອັງ​ກິດ​ ​ຖ​ອນອອກ​ຈາກ EU ແລະ ຖື​ວ່າ, ນີ້​ແມ່ນ​ໜ້າ​ທີ່​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຈະ​ມາ​ເຖິງ​ຂອງອັງ​ກິດ. ຕໍ່​ຈາກນັ້ນ, ວັນ​ທີ 29/06, EU ​ໄດ້ດຳ​ເນີນກອງ​ປະ​ຊຸມມື້​ທີ 2 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 27 ປະ​ເທດ​ສະ​ມາ​ຊິກ ແຕ່ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ David Cameron. ທີ່ກອງ​ປ​ະ​ຊຸມນີ້, ການ​ນຳ​ບັນ​ດາ​ປະ​ເທດສະ​ມາ​ຊິກ EU ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ການ​ປະ​ຕິ​ຮູບ​ທີ່​ຈຳ​ເປັນ​ໃນ​ກຸ່ມ​ຕື່ມ​ອີກ ເພື່ອ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ EU.

ຂ່າວ/ບົດ​ອື່ນ