ໄຂກອງປະຊຸມສະພາປະທານສະຫະພັນກຳມະບານໂລກ

ໄຂກອງປະຊຸມສະພາປະທານສະຫະພັນກຳມະບານໂລກ - ảnh 1
ກອງ​ປະຊຸມ​ສະພາ​ປະທານ​ສະຫະ​ພັນ​ກຳມະບານ​ໂລກ
(ພາບ: baomoi.com)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 05/03 ຢູ່​ຮ່າ​ໂນ້ຍ ກອງ​ປະຊຸມ​ສະພາ​ປະທານ​ສະຫະ​ພັນ​ກຳມະບານ​ໂລກຖືກ​ໄຂ​ຂຶ້ນ​ຢ່າງ​​ເປັນ​ທາງ​ການ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ສາກົນ​ເກືອບ 60 ທ່ານ​ທີ່​ມາ​ຈາກ 30 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ກອງ​ປະຊຸມ​ແມ່ນ​ໂອກາດ ​ເພື່ອ​ໃຫ້​ບັນດາ​ການ​ນຳ​ກຳມະບານ​​ປະ​ເທດ​ຕ່າງໆໃນ​ໂລກ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະຫະ​ພັນ​ກຳມະບານ​ໂລກ​ໃນ​ປີ 2015, ​ວາງທິດ​ທາງ​ເຄື່ອນ​ໄຫວ​ໃນ​ປີ 2016, ​ແບ່ງປັນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ສະພາບ​ແຮງ​ງານ ​ແລະ ປຶກສາ​ຫາລື​ບັນດາ​ມາດຕະການ ​ເພື່ອ​ແນ​ໃສ່​ຮັບປະກັນ​ວຽກ​ເຮັດ​ງານ​ທຳ ​ແລະ ຊີວິດ​ການ​ເປັນ​ຢູ່​ໃຫ້​​ແກ່ຊາວ​ຜູ້​ອອກ​ແຮງ​ງານ. ກອງ​ປະຊຸມ​ຄັ້ງ​ນີ້​ກໍ່​ປຶກສາ​ຫາລື​ແຜນການ​ເຄື່ອນ​ໄຫວ​ປີ 2016 ຂອງ​ສະຫະ​ພັນ​ກຳມະບານ​ໂລກ, ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ກຳມະບານ​ໂລກ​ຄັ້ງ​ທີ 17.

 

 

ຂ່າວ/ບົດ​ອື່ນ