ໄຂກອງປະຊຸມສະໄໝສາມັນຄັ້ງທີ 3 ສະພາແຫ່ງຊາດ ຈີນ ຊຸດທີ 12

ໄຂກອງປະຊຸມສະໄໝສາມັນຄັ້ງທີ 3 ສະພາແຫ່ງຊາດ ຈີນ ຊຸດທີ 12 - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ເຄີ​ຊຽນ ອ່ານ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ
(ພາບ: Thu Yến Kiên/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 05/03, ກອງ​ປະ​ຊຸມສະ​ໄໝ​ສາ​ມັນ​ຄັ້ງ​ທີ 3 ສະ​ພາ​​​ຜູ້​ແທນ​ປະ​ຊາ​ຊົນແຫ່ງ​ຊາດ ຈີນ (ສະພາ​ແຫ່ງ​ຊາດ) ​ຊຸດ​ທີ 12 ຖືກ​ໄຂ​ຂຶ້ນ​ຢູ່ຫໍ​ສະພາ​ປະຊາຊົນ​ຈີນ ຢູ່​ນະຄອນຫຼວງ​ປັກ​ກິ​ງ, ພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຈາງ​ເຕຶ໋ອ​ແຈງ. ​ເຂົ້າ​ຮ່ວມ​ມີ​ທ່ານ​ເລຂາທິການ​​ໃຫຍ່, ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ, ທ່ານ​ນາຍົກລັດຖະມົນຕີ ຫຼີເຄີ​ສຽງ, ທ່ານ​ປະທານສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ ຢູ​​ເຈິງ​​ເສິງ ພ້ອມ​ກັບ​ຜູ້​ແທນ 3.000 ຄົນ. ພາຍຫຼັງ​ພິທີ​ໄຂ, ທ່ານ​ນາຍົກລັດຖະມົນຕີ ຫຼີເຄີ​ສຽງ ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ, ​ໃນ​ນັ້ນ​ເນັ້ນ​ໜັກ​ວ່າ, ຈີນ​ສືບ​ຕໍ່​ຮັບປະກັນ​ຄວາ​ມສະຖຽນ​ລະ​ພາບ ​ແລະ ສ້າງ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ໃຫ້ສົມບູບ​ແບບ, ຮັກສາ​ທ່າ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ, ສ້າງ​ກຳລັງໜູນ​ພັດທະນາ​ເສດຖະກິດ​ສັງຄົມ​ໃໝ່, ປະຕິບັດ​ນະ​ໂຍບາຍງົບປະມານ​ຢ່າງ​ຕັ້ງໜ້າ, ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ປີ 2015 ຢູ່ໃນລະດັບ 7%, ຄວບ​ຄຸມ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ 3%, ສ້າງເຮັດ​ງານ​ທຳ​ໃໝ່​​ໃຫ້ແກ່​ຄົນ​ງານ  10 ກວ່າລ້ານຄົນຢູ່​ເຂດ​ຕົວ​ເມືອງ, ອັດຕາ​ຫວ່າງ​ງານ​ຮັກສາ​​ຢູ່​ໃນ​ລ​ະດັບ​ຕໍ່າ​ກວ່າ 4,6%. ງົບປະມານ​ປ້ອງ​ກັນຊາດຂອງ​ຈີນ ​ໃນ​ປີ 2015 ຈະ​ເພີ່ມ​ຂຶ້ນ​ປະມານ 10% ຕໍ່າ​ກວ່າ​ລະດັບ​ 12,2% ​ເມື່ອທຽບໃສ່​ປີ 2014.

        ຕາມ​ແຜນການ, ກອງ​ປະຊຸມໄໝ​ສາ​ມັນຈະ​ອັດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ​ 15/03.

ຂ່າວ/ບົດ​ອື່ນ