ໄຂກອງປະຊຸມສາກົນມະນຸດສະທຳຢູ່ໜອງ Chad, ອາບຟຣີກາ

ໄຂກອງປະຊຸມສາກົນມະນຸດສະທຳຢູ່ໜອງ Chad, ອາບຟຣີກາ - ảnh 1
ໜອງ Chad

(vovworld) – ​​ວັນ​ທີ 24/2, ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ມະ​ນຸດ​ສະ​ທຳ ແລະ ຕ້ານກໍ່​ກາ​ນ​ຮ້າຍ​ຢູ່​ໜອງ Chad, ອາບ​ຟ​ຣີ​ກາ ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ Oslo ຂອງ​ປະ​ເທດ ນອກ​ແວ ເພື່ອ​ແນ​ໃສ່​ຮຽກ​ຮ້ອງ ແລະ ເພີ່ມ​ທະ​ວີ​ການ​​ຊ່ວຍເຫຼືອ​ມະ​ນຸດ​ສະ​ທຳ​ເພື່ອ​ໜູນ​ຊ່ວຍ​ປ​ະ​ຊາ​ຊົນ​ນັບ​ລ້ານ​ຄົນ​ພວມ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຍ້ອນ​ກຳ​ລັງ​ອິດ​ສະ​ລາມ​ຫົວ​ຮຸນ​ແຮງ Boko Haram ໃນ​ພາກ​ພື້ນນີ້. ຕາມ​ແຫຼ່ງ​ຂ່າວ​ພາກ​ພື້ນ​ແລ້ວ, ກອງ​ປ​ະ​ຊຸມ​ມີ​ຜູ້​ຕ​າງ​ໜ້າ​ສາ​ກົນ ແລະ ບັນ​ດາ​ນັກ​ອ​ຸ​ປະ​ຖຳ​​ຕ່າງ​ເທດ​ເຂົ້າ​ຮ່ວມ​ດ້ວຍ​ຈຸດ​ໝາຍ​ຊຸກ​ຍູ້​ບັນ​ດາ​ໂຄງ​ການຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ພາກ​ພື້ນ​ທີ່​ທຸກ​ຍາກ, ອຶດ​ຫິວນີ້, ຄາ​ດ​ວ່າ​ຍອດ​ມູນ​ຄ່າ​​ໄດ້ຂຶ້ນ​ເຖິງ 1,5 ຕື້ USD.

        ເຂດ​ໜອງ Chad ລວມ​ມີ​ເຂດ ຕາ​ເວັນ​ອອກ​ສ່ຽງ​ເໜືອ Nigeria, Cameroon ເໜືອ, ເຂດ​ຕາ​ເວັນ​ຕົກ ສາ​ທາ​ລະ​ນະ​ລັດ Chad ແລະ ເຂດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຂອງ Niger. ແຕ່​ດົນ​ນານ​ມາ​ແລ້ວ, ເຂດນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຂດ​ມີ​ຄົນ​ທຸກ​ຍາກຫຼາຍ​ທີ່​ສຸດ ແລະ ດ້ອຍ​ພັດ​ທະ​ນາ​ທີ່​ສຸດ​ໃນ​ໂລ​ກ, ຍ້ອນ​ປະ​ຊາ​ກອນ​ເພີ່ມ​ຂຶ້ນ​ໄວ, ​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ​ຈາກ​ສະ​ພາບ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ປະ​ທະ​ກັນ​​ດ້ວຍ​ກຳ​ລັງປະ​ກອບ​ອາ​ວຸ​ດ​ເພີ່ມ​​ຂຶ້ນໄດ້ ເຮັດ​ໃຫ້​ພາກ​ພື້ນນີ້ຕົກ​ເຂົ້າ​ສູ່​​ສະ​ພາບວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຢ່າງ​ຮ້າຍ​ແຮງ. ໄລ​ຍະ​ມໍ່ໆ​ມານີ້, ສ​ປ​ຊ ໄດ້ເອີ້ນນີ້​​ວ່າ “ວິ​ກິດ​ການ​​ຮ​້າຍ​ແຮງ​ທີ່​ສຸດ​ຢູ່ ອາບ​ຟ​ຣີ​ກາ ໃນ​ປະ​ຈຸ​ບັນ”.


ຂ່າວ/ບົດ​ອື່ນ