ໄຂກອງປະຊຸມສຳມະນາການຄຸ້ມຄອງກອງທັບບົກ ປາຊີຟິກ ຄັ້ງທີ 42

(VOVWORLD) - ຕອນເຊົ້າວັນທີ 20 ສິງຫາ, ທີ່ຮ່າໂນ້ຍ, ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ແລະ ກອງບັນຊາການກອງທັບບົກ ປາຊີຟິກ ອາເມລິກາ ເປັນປະທານຮ່ວມຈັດຕັ້ງກອງປະຊຸມສຳມະນາການຄຸ້ມຄອງກອງທັບບົກ ປາຊີຟິກ ຄັ້ງທີ 42 (PAMS - 42)
ໄຂກອງປະຊຸມສຳມະນາການຄຸ້ມຄອງກອງທັບບົກ ປາຊີຟິກ ຄັ້ງທີ 42 - ảnh 1ໄຂກອງປະຊຸມສຳມະນາການຄຸ້ມຄອງກອງທັບບົກ ປາຊີຟິກ ຄັ້ງທີ 42 (ພາບ:TTXVN )

ດ້ວຍຫົວຂໍ້ທີ່ວ່າ “ການຮ່ວມມືລະຫວ່າງກອງທັບບົກບັນດາປະເທດພາກພື້ນມະຫາສະໝຸດ ອິນເດຍ - ອາຊີ - ປາຊີຟິກ ໃນການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ”.

        ກອງປະຊຸມສຳມະນາຈະດຳເນີນແຕ່ວັນທີ 20 – 23 ສິງຫາ ປີ 2018, ດ້ວຍການເຂົ້າຮ່ວມຂອງບັນດາຜູ້ແທນກອງທັບບົກທີ່ມາຈາກ 27 ປະເທດໃນພາກພື້ນມະຫາສະໝຸດ ອິນເດຍ - ອາຊີ - ປາຊີຟິກ. ລາຍການ PAMS – 42 ມີ 3 ວາລະປະຊຸມຄົບຄະນະດ້ວຍບັນດາເນື້ອໃນຕົ້ນຕໍຄື: ການຮັບມືໃນເບື້ອງຕົ້ນຂອງບັນດາກຳລັງກອງທັບບົກໃນການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ; ການຮ່ວມມືຫລາຍຝ່າຍໃນການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ; ຍົກສູງບົດບາດຂອງການຮ່ວມມືພາກພື້ນໃນການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ