ໄຂກອງປະຊຸມຮ່ວມມືຊາວໜຸ່ມຫວຽດນາມ-ລາວ-ກຳປູເຈຍ

   ໄຂກອງປະຊຸມຮ່ວມມືຊາວໜຸ່ມຫວຽດນາມ-ລາວ-ກຳປູເຈຍ - ảnh 1
ທ່ານ​ຮ່​ວາງ​ບິ່ງກວນ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​​ການ​ຕ່າງ​ປະ​ເທດສູນ​ກາງ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ

(vovworld) - ຕອນ​ເຊົ້າ​ວັນ​ທີ 8/12, ທີ່​ຮ່າ​ໂນ້ຍ, ໄດ້ໄຂ​ກອງ​ປະ​ຊຸມ​ຮ່ວມ​ມື​ຊາວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ​ປີ 2014 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ຊາວ​ໜຸ່ມ 3 ປະ​ເທດ 60 ຄົນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຮ່​ວາງ​ບິ່ງ​ກວານ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​​ການ​ຕ່າງ​ປະ​ເທດສູນ​ກາງ​, ຢັ້ງ​ຢືນ​ວ່າກອງ​ປະ​ຊຸມ​ຮ່ວມ​ມື​​ຊາວ​ໜຸ່ມ ຫ​ວຽດ​ນາມ, ລາວ, ກຳ​ປູ​ເຈຍ ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ປະ​ກອບ​ສ່ວນ​ສຶກ​ສາ​ມູນ​ເຊື້ອ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດນາມ, ລາວ, ກຳ​ປູ​ເຈຍ ໃຫ້​ແກ່​ລຸ້ນ​ໜຸ່ມ. ນີ້ກໍ່​ແມ່ນ​ໂອກ​າດ​ເພື່ອ​ໃຫ້ການ​ນຳ​ຂັ້ນ​ສູງ​ຂອງ​ບັນ​ດາ​ອົງ​ການ​ຊາວ​ໜຸ່ມ​ແລກ​ປ່ຽນ​ບົດ​ຮຽນ​ໃນ​​ການ​ປະ​ຕິ​ບັດ​ງານ, ຮ່ຳ​ຮຽນ​ເອົາ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ, ຢ້ຽມ​ຢາມ​ສະ​ພາບ​​ຕົວ​ຈິງ​ເພື່ອ​ສຳ​ພັດ​ວິ​ທີ​ເຮັດ​ທີ່​ດີ, ບັນ​ດາ​ຮູບ​ແບບ​ທີ່​ດີ.

        ພາຍຫຼັງ​ພິ​ທີ​ໄຊ, ຊ​າວ​ໝຸ່ມ 3 ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ນະ​ມາ: “ບົດ​ຮຽນ​ໃນ​ການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ເພື່ອ​ປະ​ຊາ​ຄົມ, ​ຊີ​ວິດ​ສັງ​ຄົມ” ແລະ “ຊາວ​​ຫນຸ່ມ​ປະ​ກອບ​ສ່ວນ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ, ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ພັ​ດ​ທະ​ນາ​ລະ​ຫວ່າງ 3 ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ”. ບັ​ນ​ດາ​ຜູ້​ແທນ​ຊາວ​ໜຸ່ມ​ພ້ອມ​ກັນ​ແລກ​ປ່ຽນ, ປຶ​ກ​ສາ​ຫາ​ລື, ແບ່ງ​ປັນ​ບົດ​ຮຽນ, ເຮັດ​ແຈ້ງ​ມາດ​ຕະ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຊາວ​ໜຸ່ມ 3 ປະ​ເທດ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ໜຸ່ມ, ຈາກນັ້ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ​ຊາວ​ໜຸ່ມ ແລະ ປະ​ຊາ​ຊົນ 3 ປະ​ເທດ.


ຂ່າວ/ບົດ​ອື່ນ