ໄຂກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນຄັ້ງທີ38

(VOVWORLD) -ກ່າວຄຳເຫັນໄຂກອງປະຊຸມ, ພົນໂທ ເລກູຍເວືອງ, ຮອງລັດຖະມົນຕີກະຊວງຕຳຫລວດຫວຽດນາມ ເນັ້ນຫນັກວ່າ: ຫນຶ່ງໃນບັນດາສິ່ງທ້າທາຍໃຫຍ່ປະຈຸບັນຂອງອາຊຽນ ນັ້ນແມ່ນ ຕ້ອງແກ້ໄຂບັນຫາຢາບເສບຕິດພວມນາບຂູ່ເຖິງຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຊີວິດສະຫງົບສຸກຂອງປະຊາຊົນບັນດາປະເທດໃນພາກພື້ນ. 

ໄຂກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນຄັ້ງທີ38  - ảnh 1 ຜູ້ແທນເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສ ອາຊຽນ

ພາບ:Vietnamplus

ທ່ານຮອງລັດຖະມົນຕີ ເລກູຍເວືອງ ຢືນຢັນວ່າ: ໂດຍແມ່ນສະມາຊິກມີຄວາມຮັບຜິດຊອບໃນອາຊຽນ, ຫວຽດນາມ ໄດ້ຕັ້ງຫນ້າພ້ອມກັບອາຊຽນ ແກ້ໄຂບັນດາຄວາມຫຍຸ້ງຍາກ, ສັບສົນ, ສິ່ງທ້າທາຍຂອງບັນຫາປ້ອງກັນ, ຄວບຄຸມຢາເສບຕິດ ແລະ ອາດຊະຍາກຳທີ່ມີການຈັດຕັ້ງ, ນາບຂູ່ເຖິງຄວາມສະຫງົບ, ສະຖຽນລະພາບຢູ່ພາກພື້ນ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງ ອາຊຽນ ໃນສະພາບການໃຫມ່.

        “ບໍ່ຢືນຢູ່ນອກການຕໍ່ສູ້ກັບໄພຢາເສບຕິດຂອງພາກພື້ນ, ຫວຽດນາມ ພວມຕໍ່ສູ້ກັບອາດຊະຍາກຳຢາເສບຕິດເທື່ອລະກ້າວ ດ້ວຍບັນດາໝວດມາດຕະການຄົບຊຸດກ່ຽວກັບການຫລຸດຜ່ອນການສະຫນອງ, ຄວາມຕ້ອງການ ແລະ ຜົນຮ້າຍຈາກຢາເສບຕິດ.”

        ໃນກອງປະຊຸມ, ບັນດາເຈົ້າຫນ້າທີ່ ອາຊຽນ ໄດ້ຢືນຢັນ ເພື່ອປະຕິບັດ “ຄຳໝັ້ນສັນຍາລວມໃນການຕໍ່ສູ້ ແລະ ຮັບມືຢ່າງມີປະສິດທິຜົນກັບບັນຫາຢາເສບຕິດໂລກ”, ບັນດາປະເທດສະມາຊິກຂອງພາກພື້ນ ຄວນມີວິທີສຳຜັດຢ່າງດຸ່ນດ່ຽງໃນນະໂຍບາຍກ່ຽວກັບຢາເສບຕິດ, ຖືປັດໄຈມະນຸດເປັນໃຈກາງ. ຄຽງຂ້າງເລື່ອງສືບຕໍ່ຮັກສາຄວາມເຫັນດີເຫັນພ້ອມໃນນະໂຍບາຍ, ເສີມຂະຫຍາຍຢ່າງມີປະສິດທິຜົນບັນດາເຄື່ອງມືກົນໄກ ແລະ ເວທີປາໄສການຮ່ວມມືຂອງ ອາຊຽນ ໃນການປ້ອງກັນ, ຕ້ານຢາເສບຕິດ, ບັນດາປະເທດ ສະມາຊິກ ກໍ່ຄວນຮັກສາບັນດາກົນໄກຮ່ວມມືສອງຝ່າຍ, ຄວບຄຸມບັນດາເສັ້ນຊາຍແດນຢ່າງແຫນ້ນແຟ້ນ ເພື່ອຕ້ານອາດຊະຍາກຳຄ້າຂາຍຢາເສບຕິດຂ້າມຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ