ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນ APEC 2017

(VOVWORLD) -ໃນຂອບເຂດວິວັດທະນາການລັດຖະມົນຕີການເງິນ APEC 2017, ກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນ APEC (SFOM) ໄຂຂຶ້ນຢ່າງເປັນທາງການໃນວັນທີ 18 ພຶດສະພາ, ຢູ່ ນີງບີ່ງ. 
ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນ APEC 2017 - ảnh 1 ກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນ APEC (SFOM)

ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ແລະ ບັນດາອົງການສາກົນຄື: ທະນາຄານໂລກ (WB), ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ທະນາຄານພັດທະນາອາຊີ (ADB)…ໃນ 2 ວັນຄືວັນທີ 18 -19 ພຶດສະພາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນ APEC (SFOM) ໄດ້ປຶກສາຫາລື, ຕີລາຄາຄວາມຄືບໜ້າໃນການຜັນຂະຫຍາຍບັນດາບຸລິມະສິດການຮ່ວມມືທີ່ໄດ້ວາງອອກ ແລະ ຮັບຮອງເອົາທີ່ກອງປະຊຸມຂັ້ນຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ APEC ໃນເດືອນ ກຸມພາ 2017 ແລະ ກະກຽມບັນດາເນື້ອໃນລາຍງານຕໍ່ກອງປະຊຸມຂັ້ນລັດຖະມົນຕີການເງິນ APEC ໃນເດືອນ ຕຸລາ 2017.

        ໝາກຜົນຂອງການປຶກສາຫາລືທີ່ກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນ APEC ແມ່ນພື້ນຖານໃຫ້ບັນດາເນື້ອໃນບົດລາຍງານຕໍ່ກອງປະຊຸມລັດຖະມົນຕີການເງິນ APEC ຈະດຳເນີນໃນເດືອນຕຸລາ 2017 ຢູ່ ກວາງນາມ ແລະ ດ່ານັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ