ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນກະກຽມເນື້ອໃນໃຫ້ກອງປະຊຸມຂັ້ນລັດຖະມົນຕີອາຊຽນຄັ້ງທີ49

ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນກະກຽມເນື້ອໃນໃຫ້ກອງປະຊຸມຂັ້ນລັດຖະມົນຕີອາຊຽນຄັ້ງທີ49 - ảnh 1
ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ອາ​ຊຽນ (SOM)
(ພາບ: ໝີບີງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 22/07 ຢູ່​ນະ​ຄອນ​ຫລວງ ວຽງ​ຈັນ ປະ​ເທດ ລາວ. ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ອາ​ຊຽນ (SOM) ​ໄດ້​ໄຂ​ຂຶ້ນ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ, ຫົວໜ້າ SOM ລາວ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ບັນດາ​ຫົວໜ້າ SOM ອາ​ຊຽນ ຂອງ 10 ປະ​ເທດ ອາ​ຊຽນ ​ແລະ ຜູ້ຕາງໜ້າ​ຄະນະ​ເລຂາ ອາ​ຊຽນ, ຄະນະ​ຜູ້​ແທນ ຫວຽດ​ນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ ​ເປັນ​ຫົວໜ້າ​ຄະນະ. ກອງ​ປະຊຸມ ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 49 (AMM - 49) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວ​ຂ້ອງ, ​ເຊິ່ງຈະ​​ໄຂ​ຂຶ້ນ​ໃນ​ວັນ​ທີ 24/7 ຈະ​ມາ​ເຖິງ. ນີ້​ແມ່ນ​ກອງ​ປະຊຸມ​ເພື່ອ​ແນ​ໃສ່​ກະກຽມ​ໂຄງການ​ເຄື່ອນ​ໄຫວ, ​ເນື້ອ​ໃນ​ດຳ​ເນີນ​ງານ, ພ້ອມ​ທັງສຳ​ຫລວດ​ກວດຄືນບັນດາ​​ເອກະສານ​ ທີ່​ຮັບຮອງ​ເອົາຢູ່​ບັນດາ​ກອງ​ປະ​ຊຸມ​ຄັ້ງ​ນີ້, ກອງ​ປະຊຸມ​ລັດຖະມົນຕີ ອາ​ຊຽນ (AMM) ​ແມ່ນ​ກອງ​ປະຊຸມ​ສຳຄັນ​ທີ່​ສຸດ​ໃນ​ປີ ຂອງ​ຂະ​ແໜງ​ການ​ຕ່າງປະ​ເທດ ອາ​ຊຽນ, ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມມື​ຫຼັກ​ແຫຼ່ງ, ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ 27 ປະ​ເທດ (10 ປະ​ເທດ ອາ​ຊຽນ ​ແລະ 17 ປະ​ເທດ​ຄູ່​ຮ່ວມ​ມື​ ອາ​ຊຽນ).

 

ຂ່າວ/ບົດ​ອື່ນ