ໄຂກອງປະຊຸມໃຫຍ່ ກໍາມະບານຫວຽດນາມ ຄັ້ງທີ 12

(VOVWORLD) -ກອງປະຊຸມໃຫຍ່ ໄດ້ປັບປຸງ, ເພີ່ມເຕີມກົດລະບຽບຂອງກໍາມະບານ; ເລືອກຕັ້ງຄະນະບໍລິຫານງານ ສະຫະພັນໃຫຍ່ແຮງງານຫວຽດນາມ ຊຸດໃໝ່.

ໄຂກອງປະຊຸມໃຫຍ່ ກໍາມະບານຫວຽດນາມ ຄັ້ງທີ 12  - ảnh 1 ພິທີໄຂກອງປະຊຸມໃຫຍ່ກໍາມະບານຫວຽດນາມຄັ້ງທີ 12 (ພາບ: TTXVN)

        ຕອນເຊົ້າວັນທີ 24 ກັນຍາ, ຢູ່ນະຄອນຫຼວງຮ່າໂນ້ຍ, ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມໃຫຍ່ກໍາມະບານ ຫວຽດນາມ ຄັ້ງທີ 12 , ທ່ານ ບຸ່ຍວັນເກື່ອງ, ປະທານສະຫະພັນໃຫຍ່ ແຮງງານຫວຽດນາມ ຊຸດທີ 11 ຊີ້ແຈ້ງວ່າ: ກອງປະຊຸມໃຫຍ່ ກໍາມະບານຫວຽດນາມ ຄັ້ງທີ 12 ມີໜ້າທີ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້, ຍົກໃຫ້ເຫັນບັນດາຂໍ້ຈໍາກັດ, ຂໍ້ຄົງຄ້າງ ເພື່ອຖອດຖອນບົດຮຽນຈາກອາຍຸການ 2013 – 2018; ຕາມນັ້ນແລ້ວ, ບົນພື້ນຖານສືບທອດບັນດາຜົນງານຂອງອາຍຸການຜ່ານມາ, ສືບຕໍ່ກໍານົດເປົ້າໝາຍ, ທິດທາງ, ໜ້າທີ່ ແລະ ມາດຕະການຂອງອົງການ ກໍາມະບານໃນໄລຍະ 5 ປີຈະມາເຖິງ. ກອງປະຊຸມໃຫຍ່ ກໍ ໄດ້ປັບປຸງ, ເພີ່ມເຕີມກົດລະບຽບຂອງກໍາມະບານ; ເລືອກຕັ້ງຄະນະບໍລິຫານງານ ສະຫະພັນໃຫຍ່ແຮງງານຫວຽດນາມ ຊຸດໃໝ່ ອີກດ້ວຍ.

        ກ່ອນໜ້ານັ້ນ, ຄະນະປະທານສະຫະພັນໃຫຍ່ແຮງງານຫວຽດນາມ ແລະ ບັນດາ ຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ກໍາມະບານຫວຽດນາມ ຄັ້ງທີ 12 ໄດ້ຖະຫວາຍທູດທຽນ ທີ່ອະນຸສາວະລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ບັກເຊີນ ແລະ ເຂົ້າຄໍານັບສຸສານປະທ່ານໂຮ່ຈີມິນ.

ແລະກໍ່ໃນຂອບເຂດກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຕັ້ງທີ 12, ຕອນບ່າຍວັນທີ 24 ກັນຍາ, ໄດ້ດຳເນີນເວທີປາໄສປຶກສາຫາລືລະຫວ່າງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ບັນດາສະມາຊິກລັດຖະບານ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ດ້ວຍຫົວຂໍ້ວ່າ “ກຳມະບານ ຫວຽດນາມ ຮ່ວມເດີນທາງພ້ອມກັບລັດຖະບານ ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ແລະ ພັດທະນາປະເທດຊາດແບບຍືນຍົງ”. ກ່າວຄຳເຫັນກ່ອນທີ່ສິ້ດສຸດການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ລັດຖະບານ ແລະ ນາຍົກລັດຖະມົນຕີແບ່ງເບົາບັນດາຄວາມຫຍຸ້ງຍາກຂອງພາກສ່ວນໜຶ່ງບັນດາກຳມະກອນ, ລັດຖະກອນ, ຜູ້ອອກແຮງງານທີ່ໄດ້ ແລະ ພວມມານະພະຍາຍາມຈົນສຸດຄວາມສາມາດ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ເສີມຂະຫຍາຍບົດບາດຂອງສະມາຊິກພັກ, ສະມາຊິກກຳມະບານ, ດ້ວຍນ້ຳໃຈ, ຈັນຍາບັນ, ພຸມປັນຍາ ຫວຽດນາມ, ນຳມາເຊິ່ງຊີວິດການເປັນຢູ່ນັບມື້ນັບອິ່ມໜຳສຳນານ, ສົມບຸນພຸມສຸກໃຫ້ແກ່ປະຊາຊົນ, ໃນນັ້ນມີອ້າຍນ້ອງກຳມະກອນ, ພາລະກອນ.

ຕອບກັບ

ຂ່າວ/ບົດ​ອື່ນ