ໄຂກອງປະຊຸມໃຫຍ່IPU 132:ຫວຽດນາມຊຸກຍູ້ໂລກແຫ່ງສັນຕິພາບ

ໄຂກອງປະຊຸມໃຫຍ່IPU 132:ຫວຽດນາມຊຸກຍູ້ໂລກແຫ່ງສັນຕິພາບ - ảnh 1
ກ​່ອນ​ທີ່​ໄຂ​ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ລາຍ​ການ​ດົນ​ຕີ​ພື້ນ​ເມືອງ ຫວຽດ​ນາມ
(ພາບ: TTXVN)

(vovworld) –  ​ຕອນ​ຄ່ຳ​ວັນ​ທີ 28/3, ກອງ​ປະ​ຊຸມ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົ​ນ ຄັ້ງ​ທີ 132 (IPU 132 ) ໄຂ​ຂຶ້ນ​ຢ່າ​ງ​ສົມ​ກຽດ​ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ຢູ່​ສະ​ໜາມຫຼວງ ບາ​ດິ່ງ, ຮ່າ​ໂນ້ຍ.

        ກ່າວ​ຄຳ​ເຫັນ​ເປີດ​ສາກ​ລາຍ​ການ​ເຄ​ື່ອນ​ໄຫວ​ຂອງກອງ​ປະ​ຊຸມ IPU 132, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ: ​ພາຍຫຼັງ 36 ປີ​ເຂົ້າ​ຮ່ວມສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ, ປີນີ້ ຫວຽດ​ນາມ ໄດ້​​ຮັບ​ກຽດ​ເປັນ​ເຈົ້າ​ພາບ​ຈັດກອງ​ປະ​ຊຸມ IPU 132. ຢັ້ງ​ຢືນ​ເລື່ອງ​ແບ່ງ​ປັນ​ຄວາມ​ຮັບ​ຮູ້​ລວມ​ກ່ຽວ​ກັບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແມ່ນ​ປັດ​ໄຈ​ສຳ​ຄັນ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຖື​ວ່າ: IPU ຄັ້ງ​ນີ້​ໄດ້​ວາງ​ຈຸດ​ໝາຍ​ແບ່ງ​ປັນ​ບັນ​ດາ​ແນວ​ຄວາມ​ຄິດ, ການ​ກະ​ທຳເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ:

        “ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ຂອງກອງ​ປະ​ຊຸມ IPU ຄັ້ງ​ນີ້​ແມ່ນ “ຫັນ​ຄຳ​ເວົ້າ​ເປັນ​ການ​ກະ​ທຳ” ເພື່ອ​ກົດໝາຍ ແລະ ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາ​ຍ​ສາ​ກົນ​ໄດ້​ຮັບ​ການ​ເຄົາ​ລົບ, ບັນ​ດາ​ຂໍ້​ຕົກ​ລົງ, ບັນ​ດາຫຼັກ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ໃນ​​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ, ບັນ​ດາ​ຄວາມ​ຂັດ​ແຍ້ງ, ຄວາມບໍ່​ລົງ​ລອຍ​ກັນ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ມາດ​ຕະ​ການ​ສັນ​ຕິ​ພາບ ແລະ ບັນ​ດາ​ປະ​ຊາຊາດ​ລ້ວນ​ແຕ່​ມີ​ສິດ​ສະ​ເໝີ​ພາບ. ເຊິ່ງ​ແມ່ນ​ສະ​ມາ​ຊິກ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ IPU ກໍ່​ຄື​ບັນ​ດາ​ອົງ​ການ​ສາ​ກົນ​ອື່ນ. ຫວຽດ​ນາມ ຍາມ​ໃດ​ກໍ່​ມານ​ະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊຸກ​ຍູ້​ສ້າງ​ສາ​ໂລກ​ແຫ່ງ​ສັນ​ຕິ​ພາ​ບ, ສະ​ຖຽນ​ລະ​ພາບ, ຮ່ວມມື ແລະ ວັດ​ທະ​ນາ​ຖາ​ວອນ.”

        ທ່ານ​ປະ​ທານ IPU Saber Chowdhury ຕີ​ລາ​ຄາ​ສູງ​ຫົວ​ຂໍ້​ເຊິ່ງ​ປະ​ເທດ​ເຈົ້າ​ພາບ ຫວຽດ​ນາມ ວາງ​ອອກ ແລະ ຖື​ວ່າ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ປະ​ເທດ​ຕ່າງໆ​ຄວ​ນ​ສວມ​ບົດ​ບາດ​ນຳ​ພາ, ເຊື່ອມ​ຕໍ່​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາຫຼັງ​ປີ 2015.

        ກ່າວ​ຄຳ​ເຫັນ​​ໄຂກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່​ຊາດ ຫວຽດ​ນາມ ຫງວຽນ​ຊິງ​ຮ​ູ່ງ ເນັ້ນ​ໜັກ​ວ່າ:

        “ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ພວກ​ເຮົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ແລກ​ປ່ຽນ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ບົດ​ບາດ, ໜ້າ​ທີ່ ແລະ ບັນ​ດາ​ມາດ​ຕະ​ການ​ຂອງ​ບັນ​ດາ​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ສະ​ພາ ເພື່ອ​ຫັນ​ຄຳ​ເວົ້າ​ເປັນ​ການກ​ະ​ທຳ​ຢ່າງ​ແທດ​ຈິງ, ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ພວກ​ເຮົາ​ຈະ​ຍົກ​ສານ​ອອກ​ມາ​ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ຂອງ​ປະ​ຊາ​ຄົມ​ບັນ​ດາ​ລັດ​ຖະ​ສະ​ພາ​ໃນ​ໂລກ​ໃນ​ການປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.”

 


ຂ່າວ/ບົດ​ອື່ນ