ໄຂກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ 11 ອາຍຸການ 2017 – 2022

(VOVWORLD) - ດ້ວຍຄຳຂວັນເຄື່ອນໄຫວທີ່ວ່າ: “ໄວໜຸ່ມ ຫວຽດນາມ ປະຈັນບານ, ຄຸນນະທາດ, ສາມັກຄີ, ມີຫົວຄິດປະດິດສ້າງ, ພັດທະນາ”; ກອງປະຊຸມໃຫຍ່ໄດ້ວາງອອກ 10 ມາດຖານຈຸດສຸມຂອງອາຍຸການ 2017 – 2022, ໃນນັ້ນ, 100% ພະນັກງານ
ໄຂກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ 11 ອາຍຸການ 2017 – 2022 - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ 11 ອາຍຸການ 2017 – 2022 ໄຂຂຶ້ນໃນຕອນເຊົ້າວັນທີ 11 ທັນວາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ນອກຈາກຜູ້ແທນດີເດັ່ນ 1.000 ຄົນທີ່ຕາງໜ້າໃຫ້ສະມາຊິກຊາວໜຸ່ມ 6,4 ລ້ານຄົນ ແລະ ຊາວໜຸ່ມ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ເກືອບ 24 ລ້ານຄົນ, ກອງປະຊຸມໃຫຍ່ຍັງມີການເຂົ້າຮ່ວມຂອງແຂກຖືກເຊີນປະມານ 250 ຄົນເຊ່ິງລວມມີ: ການນຳພັກ, ລັດ, ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ, ບັນດາແມ່ ຫວຽດນາມ ວິລະຊົນ, ອະດິດພະນັກງານຄະນະຊາວໜຸ່ມ. ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຢັ້ງຢືນວ່າ:

        “ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ເຕີບໃຫຍ່, ເຂັ້ມແຂງຢ່າງບໍ່ຢຸດຢັ້ງປະຕິບັດໜ້າທີ່ສາມັກຄີ, ເຕົ້າໂຮມກັນ, ສຶກສາ, ຂົນຂວາຍຊາວໜຸ່ມເຂົ້າຮ່ວມວຽກງານລວມຂອງປະເທດຊາດ. ຊຸມປີມໍ່ໆມານີ້, ໂດຍປະຕິບັດພາລະບົດບາດຂອງຕົນ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ມີຄວາມກ້າວໜ້າຫຼາຍຢ່າງ ໃນການແລກປ່ຽນເນື້ອໃນ ແລະ ແບບວິທີເຄື່ອນໄຫວ, ວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ ເຍົາວະຊົນ ບັນລຸໄດ້ໝາກຜົນຮອບດ້ານ ແລະ ນັບມື້ນັບເໝາະສົມ ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາດຖະໜາຊອບທຳຂອງສະມາຊິກຊາວໜຸ່ມ, ເຍົາວະຊົນ. ວຽກງານສຶກສາແນວຄິດ, ຄຸນສົດບັດການເມືອງ, ວິຖີຊີວິດດ້ານວັດທະນະທຳໃຫ້ລຸ້ນໜຸ່ມໄດ້ຮັບການເພີ່ມທະວີ. ເນື້ອໃນແບບວິທີສຶກສາໄດ້ນັບການປ່ຽນໃໝ່ຢ່າງບໍ່ຢຸດຢັ້ງ, ບັນດາຂະບວນການອາສາສະໝັກ, ພັດທະນາເສດຖະກິດ ສັງຄົມ ແລະ ການປົກປັກຮັກສາປະເທດຊາດ ແລະ ການຮ່ວມເດີນທາງພ້ອມກັບຊາວໜຸ່ມກໍ່ຮ່າງສ້າງຕົວໄດ້ສ້າງເປັນຂີດໝາຍທີ່ດີໃນສັງຄົມ. ຖັນແຖວພະນັກງານຄະນະຊາວໜຸ່ມກໍ່ໄດ້ຫັນເປັນມາດຖານ, ກາຍເປັນແຫຼ່ງກຳລັງພະນັກງານສືບທອດທີ່ໜ້າໄວ້ເນື້ອເຊື່ອໃຈຂອງພັກ, ອຳນາດການປົກຄອງ ແລະ ໝູ່ມະຫາຊົນທຸກຂັ້ນ”

 ໃນວາລະປະຊຸມຕອນເຊົ້າວັນທີ 11 ທັນວາ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງໂດຍສັງເຂບຂອງຄະນະບໍລິຫານງານສູນກາງຄະນະຊາວໜຸ່ມຊຸດທີ 10.

ໄຂກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ 11 ອາຍຸການ 2017 – 2022 - ảnh 2 ຄະນະປະທານຂອງກອງປະຊຸມໃຫຍ່ຄັ້ງນີ້

        ດ້ວຍຄຳຂວັນເຄື່ອນໄຫວທີ່ວ່າ: “ໄວໜຸ່ມ ຫວຽດນາມ ປະຈັນບານ, ຄຸນນະທາດ, ສາມັກຄີ, ມີຫົວຄິດປະດິດສ້າງ, ພັດທະນາ”; ກອງປະຊຸມໃຫຍ່ໄດ້ວາງອອກ 10 ມາດຖານຈຸດສຸມຂອງອາຍຸການ 2017 – 2022, ໃນນັ້ນ, 100% ພະນັກງານ, ສະມາຊິກຊາວໜຸ່ມ ແລະ 80% ຊາວໜຸ່ມໄດ້ຮ່ຳຮຽນ, ຊາບຊຶມ, ໂຄສະນາກ່ຽວກັບມະຕິຂອງພັກ, ຂອງຄະນະຊາວໜຸ່ມ. 100% ຄະນະຊາວໜຸ່ມຕາແສງ, ເທດສະບານກໍ່ສ້າງໄດ້ຢ່າງໜ້ອຍສຸດຮູບແບບໜຶ່ງ, ມາດຕະການຊ່ວຍເຫຼືອ, ໜູນຊ່ວຍຊາວໜຸ່ມ - ເຍົາວະຊົນມີຄວາມສ່ຽງໄພສູງກ່ວາເພີ່ນ, 5 ລ້ານແນວຄວາມຄິດ, ຂໍ້ລິເລີ່ມໂດຍສະມາຊິກຊາວໜຸ່ມ, ຊາວໜຸ່ມສະເໜີ. ອ້າຍ ເລກວກຟອງ, ເລຂາທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຫວັງວ່າ ນີ້ແມ່ນຕົວເລກມີລັກສະນະຊຸກຍູ້ຫົວຄິດປະດິດສ້າງຂອງຊາວໜຸ່ມ. ພວກຂ້າພະເຈົ້າກໍ່ບໍ່ມີຄວາມຫວັງຫຼາຍຕໍ່ເລື່ອງ 5 ລ້ານແນວຄວາມຄິດນີ້ຈະໄດ້ປະກົດຜົນເປັນຈິງ. ຍ້ອນວ່າ ເພື່ອປະຕິບັດໃຫ້ໄດ້ນັ້ນ ແມ່ນຕ້ອງມີວິວັດການຍາວນານນັບທັງບັນດາປັດໄຈຄືລັກສະນະເປັນໄປໄດ້ຂອງແນວຄວາມຄິດ ຕະຫຼອດຮອດແຫຼ່ງຊັບພະຍາກອນ, ເງື່ອນໄຂເພື່ອໜູນຊ່ວຍແນວຄວາມຄິດນັ້ນ. ແຕ່ວ່າ, ພວກເພື່ອນພຽງແຕ່ມີແນວຄວາມຄິດ, ມີຫົວຄິດປະດິດສ້າງ, ມີສະຕິໃນການຊອກຫາມາດຕະການໃໝ່ເພື່ອປະຕິບັດບັນຫາໃດໜຶ່ງ ໃນການດຳລົງຊີວິດ, ໃນວຽກງານເທົ່ານັ້ນ, ສິ່ງດັ່ງກ່າວໄດ້ເປັນຜົນສຳເລັດຂອງພວກເຮົາໃນການຊຸກຍູ້ຊາວໜຸ່ມໃຫ້ມີຫົວຄິດປະດິດສ້າງແລ້ວ”

ຕອບກັບ

ຂ່າວ/ບົດ​ອື່ນ