ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 7

(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວກະສິກອນຫວຽດນາມ  ຄັ້ງທີ 7 ຈະປຶກສາຫາລື, ຕົກລົງເອົາ 14 ມາດຖານແຂ່ງຂັນໃນວຽກງານສະມາຄົມ ແລະ ຂະບວນການຊາວກະສິກອນ ອາຍຸການ 2018 – 2023.

ດ້ວຍຫົວຂໍ້ວ່າ “ປະຊາທິປະໄຕ - ສາມັກຄີີ - ປ່ຽນແປງໃໝ່ - ເຊື່ອມໂຍງ - ພັດທະນາ”, ກອງປະຊຸມຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນຫວຽດນາມ ຄັ້ງທີ 7 (ອາຍຸການ 2018 – 2023) ຖືກດໍາເນີນຢູ່ຮ່າໂນ້ຍໃນລະຫວ່່າງວັນທີ 11 – 13 ທັນວາ ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 1.000 ເຊິ່ງຕາງໜ້າໃຫ້ສະມາຊິກສະມາຄົມ ແລະ ຊາວກະສິກອນ ກວ່າ 10 ລ້ານຄົນໃນທົ່ວປະເທດ. ວາລະໄຂກອງປະຊຸມຖືກດໍາເນີນໃນຕອນເຊົ້າວັນທີ 12 ທັນວາ ຈະຮັບຮອງເອົາຫຼາຍເນື້ອໃນສໍາຄັນ ຄື:  ບົດລາຍງານດ້ານການເມືອງຂອງຄະນະບໍລິຫານສູນກາງສະມາຄົມຊາວກະສິກອນຫວຽດນາມ ຊຸດທີ 6; ຮ່າງບົດລາຍງານສໍາຫຼວດກວດກາຂອງຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຊຸດທີ 6 ທີ່ກອງປະຊຸມຜູ້ແທນທ່ົວປະເທດ ຊາວກະສິກອນຫວຽດນາມ ຄັ້ງທີ 7; ແຜນຮ່າງບຸກຄະລາກອນຄະນະບໍລິຫານງານ, ຄະນະປະຈໍາການສູນກາງສະມາຄົມຊາວກະສິກອນຫວຽດນາມ ຊຸດທີ 7, ອາຍຸການ 2018 – 2023; ຮ່າງລະບຽບຂອງສະມາຄົມຊາວກະສິກອນຫວຽດນາມ (ສະບັບປັບປຸງ). ກອງປະຊຸມໃຫຍ່ກໍຈະເລືອກຕັ້ງຄະນະບໍລິຫານງານສະມາຄົມຊາວກະສິກອນຫວຽດນາມຊຸດທີ 7, ອາຍຸການ 2018 – 2023.

        ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວກະສິກອນຫວຽດນາມ  ຄັ້ງທີ 7 ຈະປຶກສາຫາລື, ຕົກລົງເອົາ 14 ມາດຖານແຂ່ງຂັນໃນວຽກງານສະມາຄົມ ແລະ ຂະບວນການຊາວກະສິກອນ ອາຍຸການ 2018 – 2023.


ຕອບກັບ

ຂ່າວ/ບົດ​ອື່ນ