ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມນັກທຸລະກິດໜຸ່ມຫວຽດນາມ

ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມນັກທຸລະກິດໜຸ່ມຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 30/08, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະມາຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ ຄັ້ງ​ທີ 5 ອາຍຸ​ການ 2014 – 2017 ດ້ວຍ​ຫົວ​ຂໍ້ “ນຳ​ໜ້າ​ປ່ຽນ​ໃໝ່ - ​ເຊື່ອມ​ໂຍ​ງຢ່າງ​ໝັ້ນ​ຂົງ​ເຂັ້ມ​ແຂງ” ຖືກ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເຊິ່ງ​ເປັນ​ນັກທຸ​ລິ​ກິດ​ໜຸ່ມ​ກວ່າ 1.000 ຄົນ​ທີ່​ມາ​ຈາກ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ ຫງວຽນ​ຟີ​ລອງ, ​ເລຂາ​ສູນ​ກາງ​ຄະນະຊາວ​ໜຸ່ມ, ຮອງ​ປະທານ​ຜູ້​ປະຈຳການ​ພັນຊາວ​ໜຸ່ມຫວຽດນາມ ​ໃຫ້​ຮູ້​ວ່າ.

        “​ໃນ​ໄລຍະ 21 ປີຜ່ານມາ, ສະມາຄົມ​ໄດ້​ປະຕິບັດ​ບົດບາດ, ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ ນັ້ນ​ແມ່ນ​ເຕົ້າ​ໂຮມ​ບັນດາ​ນັກທຸລະກິດ​ໜຸ່ມ​ຫວຽດນາມ ​ເພື່ອ​ສ້າງ​ເປັນ​ກຸ່ມ​ກ້ອນ​ສາມັກຄີ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສະມາຄົມ ​ໄດ້​ເສີມ​ຂະຫຍາຍ​ຈິດ​ໃຈ​ນຳ​ໜ້າ​ຂອງ​ບັນດາ​ນັກທຸລະກິດ​ໜຸ່ມ​ໃນ​ໄລຍະ​ໃໝ່ ປະກອບສ່ວນ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ພິ​ເສດ​ຜ່ານ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ, ພວກ​ເຮົາ​ໄດ້​ໂຄສະນາ​ໃຫ້​ລຸ້ນໜຸ່ມ​ບັນດາ​ບົ​ດຮຽນ, ປະສົບ​ການ​ໃນ​ການ​ກໍ່​ຮ່າງ​ສ້າງ​ຕົວ ​ແລະ ໜູນ​ຊ່ວຍ​ວຽກ​ເຮັດ​ງານ​ທຳ​ໃຫ້​ພວກ​ເພື່ອນ​ໜຸ່ມ​ໃນ​ທົ່ວ​ປະ​ເທດ”.

        ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະມາຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ ຄັ້ງ​ນີ້​ໄດ້​ຕີ​ລາຄາ, ສະຫຼຸບ​ວຽກ​ງານ​ຂອງ​ສະມາຄົມ, ຂະ​ບວນການ​ນັກທຸລະກິດ​ໜຸ່ງອາ​ຍຸ​ການ 2011 – 2014 ​ແລ​ະ ສ້າງ​ຈຸດໝາຍ, ທິດ​ທາງ​ເຄື່ອນ​ໄຫວ, ປະຕິບັດ​ໜ້າ​ທີ່​ໃນ​ອາຍຸ​ການ​ໃໝ່ 2014 – 2017. ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາ​ລື ສະ​ເໜີ​ຄຳ​ເຫັນ​ຕໍ່ພັກ, ລັດ ກ່ຽວ​ກັບ​ກົນ​ໄກ, ນະ​ໂຍບາຍ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການ​ພັດທະນາ​ກຳລັງ​ນັກທຸລະກິດ​ໜຸ່ມ​ໃນ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ພື້ນຖານ​ເສດຖະກິດ, ​​ແກ້​ໄຂ​ບັນດາ​ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ.

ຂ່າວ/ບົດ​ອື່ນ