ໄຂກອງປະຊຸມໃຫຍ່ແຂ່ງຂັນຮັກຊາດໃນກຳມະກອນ,ລັດຖະກອນແຮງງານທົ່ວປະເທດຄັ້ງທີ9

ໄຂກອງປະຊຸມໃຫຍ່ແຂ່ງຂັນຮັກຊາດໃນກຳມະກອນ,ລັດຖະກອນແຮງງານທົ່ວປະເທດຄັ້ງທີ9 - ảnh 1
ກອງ​ປະຊຸມ​ໃຫຍ່​ແຂ​່ງຂັນ​ຮັກ​ຊາດ​ໃນກ​ຳມະ​ກອນ, ລັດຖະກອນ
​ແຮງ​ງານ​ທົ່ວ​ປະ​ເທດ​ຄັ້ງ​ທີ 9

(vovworld) – ຕອນ​ເຊົ້າ​ວັນ​ທີ 5/7, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ໃຫຍ່​ແຮງງານ​ຫວຽດນາມ ​ໄຂ​ກອງ​ປະຊຸມ​ໃຫຍ່​ແຂ​່ງຂັນ​ຮັກ​ຊາດ​ໃນກ​ຳມະ​ກອນ, ລັດຖະກອນ​ແຮງ​ງານ​ທົ່ວ​ປະ​ເທດ​ຄັ້ງ​ທີ 9. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ມີ​ທ່ານ​ນາ​ງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ, ຮອງ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ພ້ອມ​ກັບ 486 ​ແບບຢ່າງ​ດີ​ເດັ່ນ​ທີ່​ຕາງໜ້າ​ໃຫ້​ບັນດາ​ໝູ່​ຄະນະ, ບຸກຄົນ​ດີ​ເດັ່ນ​ຂອງ​ທົ່ວ​ປະ​ເທດ.

  ​ໃນ​ໄລຍະ 2010 – 2015, ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​​ໂດຍ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ປຸກລະດົມ ຍາມ​ໃດ​ກໍໄດ້​ຮັບ​ການ​ຜັນ​ຂະຫຍາຍຢ່າງ​ແຮງ, ມີ​ປະສິດທິ​ຜົນ​ຈາກ ກຳມະບານ​ທຸ​ກໆ​ຂັ້ນ​ເຖິງ​ກຳມະກອນ, ລັດຖະກອນ​​ແຮງ​ງານ. ດ້ວຍ​ຈຸດໝາຍ​ “ມີ​ສະ​ມັດ​ຕະພາບ - ມີ​ຄຸນ​ນະພາ​ບ - ມີ​ປະສິດທິ​ຜົນ” ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ “ຄົນ​ງານ​ເກັ່ງ”, “ຄົນ​ງານ​ມີ​ຫົວຄິດ​ປະດ​ິດສ້າງ” ຍາ​ມ​ໃດ​ກໍ່​ຕິດຕາ​ມໜ້າ​ທີ່​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ໜ້າ​ທີ່​ການ​ເມືອງ​ຢູ່​ວິ​ສາ​ຫະກິດ​, ຫົວໜ່ວຍແຕ່ລະ​ແຫ່ງ, ປະກອບສ່ວນ​ສຳຄັນ​ຊ່ວຍ​ໃຫ້​ບັນດາ​ຫົວໜ່ວຍ​ຍຜ່ານ​ຜ່ານ​ຄວາມ​ຫຍຸ້ງຍາກ, ​ສະຖຽນ​ລະ​ພາບ​ ​ແລະ ພັດທະນາ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ​ ດັ້ງ​ງອກ​ຕູ່​ງ, ​ເນັ້ນ​ໜັກ​ວ່າ:

  “ຜ່ານ​ຂະ​ບວນການ​​ແຂ່ງຂັນຕ່າງໆ​ໄດ້​ເສີມ​ຂະຫຍາຍ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ພູມ​ປັນຍາ, ປະກົດ​ອອກ​ຫຼາຍໝູ່​ຄະນະ, ສ່ວນ​ບຸກຄົນ​ວິລະ​ຊົນ​ນັກຮົບ​ແຂ່ງຂັນ, ບັນດາ​ແບບຢ່າງ​ດີ​ເດັ່ນ​ຍາມ​ໃດ​ກໍ່​ປະຕິບັດ​ໜ້າ​ທີ່​ໄດ​້ຮັບ​ມອບ​ໝາຍ​ບັນ​ລຸ​ຜົນສຳ​ເລັດ… ນັ້ນ​ແມ່ນ​ບັນດາ​ແບບຢ່າງ​ດີ​ເດັ່ນ​ຂອງ​ມູນ​ເຊື້ອ​ຮັກ​ຊາດ ​ແລະ ການ​ປະຕິວັດ​ຂອງ​ຊົນ​ຊັ້ນ​ກຳມະກອນ ຫວຽດນາມ ວິລະ​ຊົນ, ​ແມ່ນ​ແບບຢ່າງ​ດີ​ເດັ່ນເພື່ອ​ໃຫ້​ທຸກ​ຄົນ​ຮຳ່ຮຽນ​, ປະຕິບັດ​ຕາມ…”


ຂ່າວ/ບົດ​ອື່ນ