ໄຂການພົບປະມິດຕະພາບ ລະຫວ່າງ ຊາວໜຸ່ມ ຫວຽດນາມ - ຈີນ ຄັ້ງທີ 18

(VOVWORLD) -ການພົບປະມິດຕະພາບ ຊາວໜຸ່ມ ຫວຽດນາມ - ຈີນ ຄັ້ງທີ 18, ຈັດຂື້ນຢູ່ 4 ແຂວງ, ນະຄອນ: ຮ່າໂນ້ຍ, ນິງບິ່ງ, ດາໜັງ ແລະ ນະຄອນ ໂຮ່ຈິມິນ...

ໄຂການພົບປະມິດຕະພາບ ລະຫວ່າງ ຊາວໜຸ່ມ ຫວຽດນາມ - ຈີນ ຄັ້ງທີ 18 - ảnh 1

 ທ່ານເລຂາ ສູນກາງຄະນະບໍລິຫານງານຊາວໜຸ່ມກອມມູນິດ ໂຮ່ຈິມິນ ບຸ່ຍ ກວາງ ຮຸຍກ່າວຄໍາເຫັນທີ່ພິທີໄຂ

(ພາບ: Van Diep/TTXVN)

ຕອນຄ່ຳວັນທີ 14 ສິງຫາ, ພິທີ ພົບປະມິດຕະພາບ ລະຫວ່າງ ຊາວໜຸ່ມ ຫວຽດນາມ - ຈີນ ຄັ້ງທີ 18, ປີ 2018 ໄດ້ຖືກໄຂຂື້ນທີ່ນະຄອນຫຼວງ ຮ່າໂນ້ຍ. ໂຄງການແມ່ນໂອກາດ ເພື່ອໃຫ້ອົງການຊາວໜຸ່ມ ແລະ ໄວໜຸ່ມ ສອງປະເທດ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຊາວໜຸ່ມ, ແບ່ງປັນປະສົບການກ່ຽວກັບວຽກງານຊາວໜຸ່ມ, ຂະບວນການຊາວໜຸ່ນເຍົາວະຊົນຂອງແຕ່ລະປະເທດ; ເພີ່ມທະວີການຮ່ວມມືໃນໄລຍະທີ່ຈະມາເຖິງ. ຜ່ານການພົບປະໃນຄັ້ງນີ້, ຊາວໜຸ່ມຈີນ ຈະມີຄວາມເຂົ້າໃຈຕື່ມກ່ຽວກັບປະເທດຊາດ, ວັດທະນະທຳ, ຄົນຫວຽດນາມ, ເປັນໜຶ່ງຊາດທີ່ຮັກຫອມສັນຕິພາບ, ເປັນສະຫາຍທີ່ດີ, ເພື່ອນມິດທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ, ຄູ່ຮ່ວມມືທີ່ດີ ແລະ ເປັນສະມາຊິກທີ່ມີຄວມຮັບຜິດຊອບໃນວົງສາຄານະຍາດສາກົນ, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ, ພາກພື້ນ ແລະ ໃນໂລກ.

ກ່າວຄຳເຫັນໃນພິທີ, ທ່ານເລຂາ ສູນກາງຄະນະບໍລິຫານງານຊາວໜຸ່ມກອມມູນິດ ໂຮ່ຈິມິນ ບຸ່ຍ ກວາງ ຮຸຍ, ສະເໜີບັນດາຜູ້ແທນຊາວໜຸ່ມສອງປະເທດ ສືບຕໍ່ຮັກສາບົດບາດ ແລະ ຂົວຕໍ່ມິດຕະພາບ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບໃນການພັດທະນາການພົວພັນຮ່ວມມື ລະຫວ່າງ ຊາວໜຸ່ມ ແລະ ປະຊາຊົນສອງຊາດ ຫວຽດນາມ - ຈີນ ໃຫ້ນັບມື້ນັບພັດທະນາ.

ການພົບປະມິດຕະພາບ ຊາວໜຸ່ມ ຫວຽດນາມ - ຈີນ ຄັ້ງທີ 18, ຈັດຂື້ນຢູ່ 4 ແຂວງ, ນະຄອນ: ຮ່າໂນ້ຍ, ນິງບິ່ງ, ດາໜັງ ແລະ ນະຄອນ ໂຮ່ຈິມິນ, ແຕ່ວັນທີ 13-19 ສິງຫາ, ຊື່ງມີການເຂົ້າຮ່ວມຂອງຜູ້ແທນຊາວໜຸ່ມຈີນ ຈຳນວນ 98 ຄົນ./

ຕອບກັບ

ຂ່າວ/ບົດ​ອື່ນ