ໄຂການເຈລະຈາຄືນໃໝ່ NAFTA ຮອບທີ 3

(VOVWORLD) - ຮອບເຈລະຈາຄືນໃໝ່ຄັ້ງທີ 3 ກ່ຽວກັບສັນຍາການຄ້າເສລີ ອາເມລິກາ ເໜືອ (NAFTA) ໄດ້ເລີ່ມດຳເນີນໃນວັນທີ 23 ກັນຍາ, ຢູ່ນະຄອນຫຼວງ Ottawa, ປະເທດ ການາດາ, ດ້ວຍຈຸດໝາຍຍູ້ໄວວິວັດການປຶກສາຫາລື ແລະ ມຸ່ງໄປເຖິງບັນດາບາດກ້າວໃໝ່ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງສຸດທ້າຍກ່ອນປີໜ້າ. 

ການເຈລະຈາຮອບທີ 3 ໄດ້ດຳເນີນໃນເວລາ 5 ວັນ, ແຕ່ວັນທີ 23 – 27 ກັນຍາ, ດ້ວຍບັນດາເນື້ອໃນຕໍ່ໄປຂອງ 2 ຮອບເຈລະຈາທຳອິດເຊິ່ງໄດ້ຮັບການຈັດຕັ້ງຢູ່ ວໍຊິງຕັນ (ອາເມລິກາ) ໃນທ້າຍເດືອນກ່ອນ ແລະ ເມກຊີໂກ ກີຕີ (ປະເທດ ເມກຊີໂກ) ໃນຕົ້ນເດືອນນີ້. ຄາດວ່າ, ບັນດາຝ່າຍຈະບັນລຸໄດ້ບັນດາຂໍ້ຕົກລົງທຳອິດກ່ຽວກັບວິສາຫະກິດຂະໜາດກາງ ແລະ ນ້ອຍ, ຄວາມສາມາດແກ່ງແຍ້ງ, ການຄ້າດີຈີຕອນ, ການບໍລິການ ແລະ ສິ່ງແວດລ້ອມ, ພາຍຫຼັງທີ່ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນການເຈລະຈາຮອບທີ 2 ຜ່ານມາຢູ່ ເມກຊີໂກ.

ຕອບກັບ

ຂ່າວ/ບົດ​ອື່ນ