ໄຂການແຂ່ງຂັນບານສົ່ງຫາດຊາຍເພດຍິງ ອາຊີ ປີີ 2019

(VOVWORLD) -ການແຂ່ງຂັນຄັ້ງນີ້ ມີການເຂົ້າຮ່ວມຂອງເຈົ້າໜ້າທີ່, ຄູຝຶກ, ນັກກິລາ ກວ່າ 150 ຄົນ ທີ່ມາຈາກ 21 ທິມ ຂອງ 11 ປະເທດອາຊີ ແລະ ເຂດແຄວ້ນ
ໄຂການແຂ່ງຂັນບານສົ່ງຫາດຊາຍເພດຍິງ ອາຊີ ປີີ 2019 - ảnh 1ການແຂ່ງຂັນບານສົ່ງຫາດຊາຍເພດຍິງ ອາຊີ ປີ 2019 ຈັດຂຶ້ນຢູ່ນະຄອນ ເກິນເທີີ ຂອງຫວຽດນາມ

ຕອນຄໍ່າວັນທີ 19 ເມສາ, ຢູ່ນະຄອນ ເກິນເທີີ ຂອງຫວຽດນາມ ໄດ້ຈັດພິທີໄຂການແຂ່ງຂັນບານສົ່ງຫາດຊາຍເພດຍິງ ອາຊີ ປີ 2019. ການແຂ່ງຂັນຄັ້ງນີ້ ມີການເຂົ້າຮ່ວມຂອງເຈົ້າໜ້າທີ່, ຄູຝຶກ, ນັກກິລາ ກວ່າ 150 ຄົນ ທີ່ມາຈາກ 21 ທິມ ຂອງ 11 ປະເທດອາຊີ ແລະ ເຂດແຄວ້ນຄື: ອົດສະຕາລີ, ຈີນ, ຍີ່ປຸ່ນ, ສິງກະໂປ, ນິວຊີແລນ, ໄທ,  ຮົ່ງກົງ (ຈີນ), ກາຊັກສະຖານ, ວານົວຕູ, ມາເລເຊຍ ແລະ ຫວຽດນາມ. ການແຂ່ງຂັນນີ້ ເພື່ອແນໃສ່ເພີ່ມທະວີການພົບປະແລກປ່ຽນ, ຍົກສູງລະດັບວິຊາສະເພາະກິລາບານສົ່ງຫາດຊາຍຫວຽດນາມ ແລະ ອາຊີ, ພ້ອມທັງ ໂຄສະນາພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ ເວົ້າລວມ ແລະ ນະຄອນເກິນເທີ ເວົ້າສະເພາະ. ພາຍຫຼັງສິ້ນສຸດການແຂ່ງຂັນ, ຄະນະຈັດຕັ້ງຈະເລືອກເອົາ 4 ທິມທີ່ເກັ່ງທີ່ສຸດໃນພາກພື້ນ ອາຊີ ເພື່ອເຂົ້າຮ່ວມຮອບຊີງຊະນະເລີດ ການແຂ່ງຂັນບານສົ່ງຫາດຊາຍເພດຍິງໂລກ, ເຊິ່ງຈະຈັດຂຶ້ນຢູ່ ປະເທດເຢຍລະມັນ ໃນລະຫວ່າງວັນທີ 28 ມິຖຸນາ - 7 ກໍລະກົດ. 

ຕອບກັບ

ຂ່າວ/ບົດ​ອື່ນ