ໄຂຄ້າຍພັກແລ້ງສາກົນປີ2015

ໄຂຄ້າຍພັກແລ້ງສາກົນປີ2015 - ảnh 1
(ພາບປະກອບ:ອິນເຕີແນັດ)

(vovworld) – ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຕ່າງໆ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ຫັນ​ການພົວພັນ​ທາງ​ການ​ທູດ ຫວຽດນາມ-​ອາ​ເມ​ລິ​ກາ ​ເປັນ​ປົກກະຕິ, ວັນ​ທີ 21/6, ຢູ່​ນະຄອນ ຖ໋າຍງວຽນ ​ໄດ້​ດຳ​ເນີນ​ພິທີ​ໄຂຄ້າຍ​ພັກ​ແລ້ງ​ປີ 2015, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກສາ​ທີ່​ມາ​ຈາກ​ມະຫາວິທະຍາ​ໄລ​ຈຳນວນ​ໜຶ່ງ​ຢູ່ ອາ​ເມລິ​ກາ, ​ໄທ, ຟິລິບ​ປິນ, ຫວຽດນາມ…. ຈຸດ​ພົ້ນ​ເດັ່ນ​ຂອງ​ລາຍການ​ແມ່ນ​ຄຳ່​ຄືນ​ດົນຕີ​ພົບ​ປະ​ແລກປ່ຽນ ລະຫວ່າງ​ກອງດົນຕີ Thao & Get Down Stay Down ກັບ​ນັກ​ສຶກສາ ຖ໋າຍງວຽນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.​ ບັນດາການ​ເຄື່ອນ​ໄຫວຕ່າງໆ​ກໍ​ໄດ້​ຮັບ​ການຈັດ​ຕັ້ງ​ຄື: ​ແນະນຳ​ວັດທະນະທຳ ​ແລະ ມະນຸດ​ຫວຽດນາມ; ການ​ປະ​ກວດ​ຕັ້ງຄ້າຍຕາມ​ແບບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແຕ່ລະ​ປະ​ເທດ; ຈັດ​ຕັ້ງ​ບັນດາ​ການ​ລະ​ຫຼິ້ນ​ພື້ນ​ເມືອງ​ຂອງ​ຫວຽດນາມ. ຄ້າຍ​ພັກ​ແລ້ງສາກົນ 2015 ຈະ​ຖືກ​ອັດ​ລົງ​ໃນ​ວັນ​ທີ 23/6.

ຂ່າວ/ບົດ​ອື່ນ