ໄຂງານ Festival ວັດທະນະທຳຄ້ອງ ໄຕງວຽນ 2018

(VOVWORLD) - ຕອນຄ່ຳວັນທີ 30 ພະຈິກ, ທີ່ນະຄອນ Pleiku, ແຂວງ ຢາລາຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີໄຂງານ Festival ວັດທະນະທຳຄ້ອງ ປີ 2018.
ໄຂງານ Festival ວັດທະນະທຳຄ້ອງ ໄຕງວຽນ 2018 - ảnh 1  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  (ພາບ: VGP)

ງານ Festival ປີນີ້ໄດ້ດຳເນີນແຕ່ວັນທີ 30 ພະຈິກ - 02 ທັນວາ, ໄດ້ເຕົ້າໂຮມນັກສີລະປະການຕີຄ້ອງກ່ວາ 1.000 ຄົນຂອງ 25 ກອງສິລະປະກອນທີ່ມາຈາກບັນດາແຂວງເຂດ ໄຕງວຽນ. ກ່ອນນີ້ 13 ປີ, UNESCO ໄດ້ມອບນາມມະຍົດມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດໃຫ້ວັດທະນະທຳຄ້ອງ ໄຕງວຽນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ເລື່ອງອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳຄ້ອງກໍ່ແມ່ນການອະນຸລັກຮັກສາ, ພັດທະນາຄຸນຄ່າທີ່ເປັນເອກະລັກສະເພາະຂອງວັດທະນະທຳພື້ນເມືອງເຂດ ໄຕງວຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:

        ພັກ, ລັດໄດ້ຝາກຝັງພາລະກຳຮັກສາວັດທະນະທຳຄ້ອງ ໄຕງວຽນ ໄວ້ກັບວົງຄະນະຍາດບັນດາເຜົ່າ ແລະ ພໍ່ແມ່ປະຊາຊົນເຂດ ໄຕງວຽນ. ອະນຸລັກຮັກສາລະບົບຊີວະພາບ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງເຂດ ໄຕງວຽນ ກໍ່ແມ່ນການຮັກສາສະພາບແວດລ້ອມວັດທະນະທຳຕີຄ້ອງຂອງເຂດ ໄຕງວຽນ ໃຫ້ຍືນຍົງຄົງຕົວ. ບໍ່ມີຜູ້ໃດປະຕິບັດວຽກນີ້ໄດ້ດີກ່ວາພໍ່ແມ່ປະຊາຊົນຢູ່ທີ່ນີ້.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ເຂດ ໄຕງວຽນ ຕ້ອງເປັນສັນຍາລັກໃຫ້ແກ່ການພັດທະນາການທ່ອງທ່ຽວ ຫວຽດນາມ ເຂັ້ມຂຸ້ນໄປດ້ວຍສີສັນແຫ່ງເທບນິຍາຍ ແລະ ມໍລິດົກ ອາຊີ ໃນສະຕະວັດທີ 21.

 

ຕອບກັບ

ຂ່າວ/ບົດ​ອື່ນ