ໄຂງານຕະຫລາດນັດຜະລິດຕະພັນກະເສດ,ອຸດສາຫະກຳຫັດຖະກຳນ້ອຍຫວຽດນາມ

ໄຂງານຕະຫລາດນັດຜະລິດຕະພັນກະເສດ,ອຸດສາຫະກຳຫັດຖະກຳນ້ອຍຫວຽດນາມ - ảnh 1
ສິ​ນ​ຄ້າ​ວາງ​ຂາຍ​ຢູ່​ງານ​ຕະ​ຫລາດ​ນັດ

(vovworld)- ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສ​ະ​ຫະ​ກອນ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ຄັ້ງ​ທີ 10 ພວມ​ດຳ​ເນີນ​ຢູ່​ຮ່​າ​ໂນ້ຍ, ຕອນ​ຄ່ຳ​ວັນ​ທີ 18/4, ສະ​ຫະ​ພັນ​ສະ​ຫະ​ກອນ​ຫວຽດ​ນາມ ສົມ​ທົບ​ກັບ​ບັນ​ດາ​ຄະ​ນະ, ກະ​ຊວງ, ຂະ​ແຫນງ​ການ​ຈັດ​ຕັ້ງ​ງານ​ຕະ​ຫລາດ​ນັດ​ຜະ​ລິດ​ຕະ​ພັນ​ກະ​ເສດ, ອຸດ​ສາ​ຫະ​ກຳ​ນ້ອຍ​ຫັດ​ຖະ​ກຳ​ຂອງ​ບັນ​ດາ​ສະ​ຫະ​ກອນ, ສະ​ຫະ​ພັນ​ສະ​ຫະ​ກອນ ແລະ ວິ​ສາ​ຫະ​ກິດ​ຫວຽດ​ນາມ ຄັ້ງ​ທີ 1. ງານ​ຕະ​ຫລາດ​ນັດ ມີ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ 320 ຮ້ານ ດ້ວຍ​ຜະ​ລິດ​ຕະ​ພັນ​ກະ​ເສດ ແລະ ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ນັບ​ພັນໆ​ປະ​ເພດ​ຂອງ​ບັນ​ດາ​ສະ​ມາ​ຊິກ, ບັນ​ດາ​ນັກ​ສິ​ລະ​ປະ​ການ ແລະ ຄົນ​ງານ​ໃນ​ບັນ​ດາ​ສະ​ຫະ​ກອນ, ສະ​ຫະ​ພັນ​ສະ​ຫະ​ກອນ​ມາ​ຈາກ 54 ແຂວງ, ນະ​ຄອນ ໃນ​ທົ່ວ​ປະ​ເທດ ແລະ 4 ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ນຳ​ວາງ​ສະ​ແດງ​ໃນ​ງານ​ຕະ​ຫລາດ​ນັດ​ນີ້ ແມ່ນ: ຜະ​ລິດ​ຕະ​ພັນ​ກະ​ເສດ, ​ວັດ​ຖຸ​ດິບ​ເພື່ອ​ຜະ​ລິດ​ຢາ, ສິນ​ໃນ​ນ້ຳ, ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ, ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ..ທ່ານ ຟ້າມແອງ​ຕວນ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ສະ​ຫະ​ພັນ​ສະ​ຫະ​ກອນ​ຈຳ​ຫ​ນ່າ​ຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ປອດ​ສານ​ພິດ ຫວຽດ​ນາມ ຖື​ວ່າ:

        “ຜ່ານ​ການ​ຜັນ​ຂະ​ຫ​ຍາຍ​ງານ​ຕະ​ຫລາດນັດ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ສະ​ຫະ​ກອນ ຊອກ​ຮູ້​ກ່ຽວ​ກັບ​ສະ​ຫະ​ພັນ​ສະ​ຫະ​ກອນ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ປອດ​ສານ​ພິດ​ຂອງ​ຫວຽດ​ນາມ (UCA) ກໍ​ຄື UCA ຊອກ​ຮູ້​ກ່ຽວ​ກັບ​ສະ​ຫະ​ກອນ ເພື່ອ​ຊອກ​ຫາ​ຂັ້ນ​ຕອນ​ການ​ຜະ​ລິດ ແລະ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ດີ​ສຸດ​ໃຫ້​ແກ່​ສະ​ຫະ​ກອນ ແລະ ຈາກນັ້ນ ບັນ​ດາ​ສ​ະ​ຫະ​ກອນ​ເຂົ້າ​ຮ່ວມ​ສະ​ມາ​ຊິກ​ແຫ່ງ​ຊາດ​ຂອງ ສະ​ຫະ​ພັນ​ສະ​ຫະ​ກອນ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ປອດ​ສານ​ພິດ​ຫວຽດ​ນາມ. ພິ​ເສດ​ຜ່ານ​ການ​ຮ່ວມ​ສຳ​ພັນ​ນີ້ ບັນ​ດາ​ຜະ​ລິດ​ຕະ​ພັນ​ປອດ​ສານ​ພິດ ຈະ​ໄດ້​ສົ່ງ​ເຖິງ​ຜູ້​ບໍ​ລິ​ໂພກຢ່າງວ່ອງ​ໄວ ແລະ ຮັບ​ປະ​ກັນທີ່​ສຸດ.”

 


ຕອບກັບ

ຂ່າວ/ບົດ​ອື່ນ