ໄຂງານຕະຫລາດນັດວາງສະແດງຈີນ-ອາຊຽນແລະກອງປະຊຸມສຸດຍອດການຄ້າແລະການລົງທຶນຈີນ-ອາຊຽນ

ໄຂງານຕະຫລາດນັດວາງສະແດງຈີນ-ອາຊຽນແລະກອງປະຊຸມສຸດຍອດການຄ້າແລະການລົງທຶນຈີນ-ອາຊຽນ - ảnh 1
ທ່ານ​ຫງວຽນ​ຊວນ​ຟູ໋ກ ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ (CAEXPO) - (CABIS)
(ພາບ: VGP/LeSon)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 18/9, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟູ໋ກ ​ແລະ ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ຕະຫລາດ​ນັດ​ວາງສະ​ແດງ ຈີນ - ອາ​ຊຽນ (CAEXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ ​ແລະ ການ​ລົງທຶນ ຈີນ - ອາ​ຊຽນ (CABIS) ຄັ້ງ​ທີ 12 ດຳ​ເນີນ​ຢູ່​ນະຄອນ ໜານ​ໜິງ, ​ເມືອງ​ເອກ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ເຜົ່າ ຈ໋ວາງ, ​ແຂວງ​ ກວາງຊີ,ປະ​ເທດ ຈີນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ຕີ​ລາຄາ​ສູງ​ບົດບາດ​ຂອງ​ງານ​ຕະຫລາດນັດວາງສະ​ແດງ CAEXPO ​ແລະ ກອງ​ປະຊຸມ CABIS ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ ອາ​ຊຽນ - ຈີນ, ກໍ​ຄື​ບັນດາ​ຂໍ້​ລິ​ເລີ່​ມ, ​ແນວ​ຄວາມ​ຄິດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ, ຊຸກຍູ້​ການ​ເຊື່ອມ​ຕໍ່​ພາກ​ພື້ນ ​ໂດຍ ອາ​ຊຽນ ​ແລະ ຈີນ ສະ​ເໜີ, ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດເພື່ອຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ, ການ​ຄ້າ ​ແລະ ການ​ລົງທຶນ. ທີ່​ງານ​ຕະຫລາດນັດ​ວາງສະ​ແດງ​ປີ​ນີ້, ຫວຽດນາມ ​ເປັນ​ປະ​ເທດ​ມີ​ຈຳນວນ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມຫລາຍ​ສຸ​ດ ​ໃນ​ບັນດາ​ປະ​ເທດ ອາ​ຊຽນ ດ້ວຍ​ວິ​ສາ​ຫະກິດ​ກ່ວາ 100 ​ແຫ່ງ, ຮ້ານ​ສະ​ແດງ​ຜະລິດ​ຕະພັນ, ການ​ບໍລິການ​ຂອງ ຫວຽດນາມ ກ່ວາ 200 ຮ້ານ.

ຂ່າວ/ບົດ​ອື່ນ