ໄຂງານຕະຫລາດນັດວາງສະແດງສາກົນ ອາຊຽນ 2018 ຢູ່ນະຄອນ ໂຮ່ຈີມິນ

(VOVWORLD) - ງານຕະຫລາດນັດວາງສະແດງສາກົນ ອາຊຽນ 2018 ຄັ້ງທີ 2 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 18 ກໍລະກົດ ຢ່າງເປັນທາງການ ຢູ່ສູນວາງສະແດງ ແລະ ຕະຫລາດນັດ ເຕິນບີ່ງ, ນະຄອນ ໂຮ່ຈີມິນ.
ໄຂງານຕະຫລາດນັດວາງສະແດງສາກົນ ອາຊຽນ 2018 ຢູ່ນະຄອນ ໂຮ່ຈີມິນ - ảnh 1 ໄຂງານຕະຫລາດນັດວາງສະແດງສາກົນ ອາຊຽນ 2018 ຢູ່ນະຄອນ ໂຮ່ຈີມິນ (ພາບ: TTXVN)

ດຳເນີນໃນລະຫວ່າງວັນທີ 18 – 22 ກໍລະກົດ, ງານຕະຫລາດນັດໄດ້ດຶງດູດວິສາຫະກິດ ຫວຽດນາມ ແລະ ບາງປະເທດສະມາຊິກກຸ່ມ ອາຊຽນ ເຂົ້າຮ່ວມດ້ວຍຮ້ານວາງສະແດງ 250 ຮ້ານ.

        ງານຕະຫລາດນັດວາງສະແດງສາກົນ ອາຊຽນ ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດເຂົ້າຮ່ວມແລກປ່ຽນ, ໂຄສະນາເຄື່ອງໝາຍການຄ້າ, ແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ, ດີເດັ່ນຂອງບັນດາປະເທດສະມາຊິກ, ຜ່ານນັ້ນ ຊຸກຍູ້ການຜະລິດສິນຄ້າ, ເພີ່ມທະວີການພົວພັນແລກປ່ຽນການຄ້າລະຫວ່າງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນຍົກສູງວົງເງິນການຄ້າສົ່ງອອກ - ນຳເຂົ້າ. ງານຕະຫລາດນັດຍັງແມ່ນໂອກາດແນະນຳ, ໂຄສະນາຮູບພາບຂອງປະເທດຊາດ, ວັດທະນະທຳ ແລະ ປະຊາຊົນຂອງບັນດາປະເທດໃນພາກພື້ນ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະໃຫ້ເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ