ໄຂງານຕະຫຼາດນັດອຸດສາຫະກຳ-ການຄ້າປີ2015

ໄຂງານຕະຫຼາດນັດອຸດສາຫະກຳ-ການຄ້າປີ2015 - ảnh 1
ໄຂ​ງານ​ຕະຫຼາດນັດ​ອຸດສາຫະກຳ - ການ​ຄ້າ​ດ່າ​ນັ້ງປີ2015
(ພາບ: baodanang.vn)


​(vovworld) – ​ງານ​ຕະຫຼາດນັດ​ອຸດສາຫະກຳ-ການ​ຄ້າ​ປີ 2015 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 23/05, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິ​ດ​ເຊື່ອມ​ຕໍ່, ​ແລກປ່ຽນ​ການ​ຄ້າ, ຊອກຫາ​ກາ​ລະ​ໂອກາດ​ຮ່ວມ​ມືດຳ​ເນີນທຸລະ​ກິດ. ມີ​ເກືອບ 300 ຮ້ານ​ວາງສະ​ແດງ​ຂອງ 145 ວິ​ສາ​ຫະກິດ​ໃນ​ທົ່ວ​ປະ​ເທດ​ເ​ຂົ້າຮ່ວມ​ງານ​ຕະຫຼາດນັດ​ຄັ້ງ​ນີ້. ບັນດາ​ຜະລິດ​ຕະພັນ​ອຸດສາຫະກຳ ​ແລະ ການ​ຄ້າ​ໃໝ່​ໄດ້​​ໂຄສະນາ​ຢູ່​ງານ​ຕະຫຼາດນັດ ສຸມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ: ​ໄພ​ຟ້າ, ​ເອ​ເລກ​ໂຕ​ນິກ, ປະ​ຢັດ​ພະລັງານ… ທ່ານ ຫວູຢຸຍ​ເຄືອງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດ່າ​ນັ້ງ ​ໃຫ້​ຮູ້​ວ່າ.

        “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ບັນດາ​ວິ​ສາ​ຫະກິດ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ຕ້ອງ​ກະກຽມບັນດາ​ປັດ​ໃຈ​ເພື່ອ​ສາມາດ​ແກ່ງ​ແຍ້​ງກັບ​ວິ​ສາ​ຫະກິ​ດຂອງ​ບັນດາ​ປະ​ເທດອາ​ຊຽນ. ​ເລື່ອງ​ຂະ​ບວນການຊາວ​ຫວຽດນາມ ບຸລິມະສິດ​ນຳ​ໃຊ້​ສິ້ນ​ຄ້າ​ຫວຽດນາມ ຂອງ​ພວກ​ເຮົາ​ປຸກລະດົມ​ນັ້ນ ສາມາດ​ແກ້​ໄຂ​ໄດ້​ຢູ່​ພາຍ​ໃນ​ປະ​ເທດ, ​ເມື່ອ​ສິ້ນ​ຄ້າ​ຂອງ​ບັນດາ​ປະ​ເທດ​ໄດ້​ນຳ​ເຂົ້າ​ຫວຽດນາມ, ການ​ແກ່ງ​ແຍ້​ງຈະ​ຫຍຸ້ງຍາກ​ກວ່າ”.

ຂ່າວ/ບົດ​ອື່ນ