ໄຂງານບຸນຍີ່ປຸ່ນ ຢູ່ນະຄອນໂຮ່ຈິມິນ

ໄຂງານບຸນຍີ່ປຸ່ນ ຢູ່ນະຄອນໂຮ່ຈິມິນ - ảnh 1
(ພາບປະກອບ)

(vovworld) - ງານ​ບຸນ​ຍີ່ປຸ່ນ ຢູ່​ນະຄອນ​​ໂຮ່ຈິ​ມິນ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/11, ຢູ່​ສວນສາທາລະນະ 23/9, ​ນະຄອນ​ໂຮ່ຈິ​ມິນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ຮັດ​ແໜ້ນ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຍີ່​ປຸ່ນ ​ແລະ ຫວຽດນາມ ​ກ່ວາ​ອີກເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູ​ດລະຫວ່າງ 2 ປະ​ເທດ ​ຊ່ວຍ​ໃຫ້​ປະຊາຊົນ 2 ປະ​ເທດ​ມີ​ໂອກາດ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດທະນະທຳ​ຂອງ​ກັນ. ງານ​ບຸນ​ດຳ​ເນີນ​​ໄປ​ໃນ​ລະຫວ່າງ​ວັນ​ທີ 16 – 17/11, ດ້ວຍ​ຮ້ານ​ວາງສະ​ແດງ 50 ຮ້ານ​ທີ່​​ແນະນຳ​ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທ້ອງ​ທ່ຽວ​​ດຶງ​ດູດ​ໃຈ​ທີ່​ສຸດ​ຂອງ​ຍີ່ປຸ່ນ, ບັນດາ​ຜະລິດ​ຕະພັນ​ສິນຄ້າ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ​ຂອງ​ວິ​ສາ​ຫະກິດ​ຍີ່ປຸ່ນ. ນອກຈາກ​ນັ້ນ, ຜູ້​ມາ​ຊົມ​ຍັງ​ໄດ້​ຮັບ​ປະທານ​ອາຫານທີ່​ເປັນ​ມູນ​ເຊື້ອ​ຂອງ​ຍີ່ປຸ່ນ, ເຂົ້າ​ໜົມຫຼາຍ​ປະ​ເພດ ​ແລະ ການ​ລະ​ຫຼີ້ນພື້ນ​ເມືອງ​ອີກ​ດ້ວຍ. ວັດທະນະທຳ​ຍີ່ປຸ່ນ ກໍ່​ໄດ້​ສະ​ແດງ​ອອກ​ຜ່ານ​ບັນດາ​ລາຍການ​ເພງ, ສາຍ​ຮູບ​ເງົາ​ກະຕຸ​ນ ​ແລະ ບັນດາ​ລາຍການ​ສະ​ແດງ​ສິລະ​ປະພິ​ເສດ​ໂດຍ​ນັກ​ສິລະ​ປິນຫວຽດນາມ ​ແລະ ຍີ່ປຸ່ນ ສະ​ແດງ.

ຂ່າວ/ບົດ​ອື່ນ