ໄຂງານບຸນດອກສະກຸຮະ - ດອກເໝີຍ ອຽນຕືຫ້າລອງ 2017

ໄຂງານບຸນດອກສະກຸຮະ - ດອກເໝີຍ ອຽນຕືຫ້າລອງ 2017 - ảnh 1
ງານ​ບຸນດອກ​ສະ​ກຸ​ຮະ - ດອກ​ເໝີຍ ອຽນ​ຕື​ຫ້າ​ລອງ 2017
(vovworld)- ຕອນ​ຄ່ຳ​ວັນ​ທີ 11/3, ງານ​ບຸນດອກ​ສະ​ກຸ​ຮະ - ດອກ​ເໝີຍ ອຽນ​ຕື​ຫ້າ​ລອງ 2017 ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫ້າ​ລອງ ຊຶ່ງ​ມີ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳຫຼາຍ​ຢ່າງ​ທີ່​ດູດ​ດື່ມ. ນີ້​ເປັນ​ຄັ້ງ​ທີ 2 ທີ່ກວ​າງ​ນິງ​ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ​ວັດ​ທະ​ນະ​ທຳ​ສາ​ກົນ​ຍີ​ປຸ່ນ Vanokai ຈັດງານ​ບຸນດອກ​ສະ​ກຸ​ຮະ ແລະ​ ເປັນ​ຄັ້ງທີ 2 ມີ​ການ​ປະ​ສານ​ສົມ​ທົບ​ກັບ ດອກ​ເໝີຍ ອຽນ​ຕືຊຶ່ງ​ເປັນ​ດອກ​ໄມ້​ຊະ​ນິດ​ພິ​ເສດ​ຂອງ​ແຂວງກວາງ​ນິງ. ທ່ານ​ຝ້າມ​ຮົ່ງ​ຮ່າ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຫ້າ​ລອງ ຫົວ​ໜ່ວຍ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ງານ​ບຸນ ຢືນ​ຢັນ​ວ່າ : (ເທບ)      “ງານ​ບຸນດອກ​ສະ​ກຸ​ຮະ - ດອກ​ເໝີຍ ອຽນ​ຕື​ຫ້າ​ລອງ 2017 ໝັ້ນ​ໝາຍ​ຈະ​ນຳ​ສິ່ງ​ທີ່​ດູດ​ດື່ມ​ທີ່​ມີ​ຄຸນ​ຄ່າທາງ​ດ້ານວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ຂອງ​ເຂດ​ດິນກວາງ​ນິງ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຍີ​ປຸ່ນ ເຈືອ​ຈານ​ເຂົ້າ​ທິວ​ທັດ​ທີ່​ງົດ​ງາມດ້ວຍດອກ​ສະ​ກຸ​ຮະ, ດອກ​ເໝີຍ ພ້ອມ​ກັບ​ບັນ​ຍາ​ກາດ​ຟົດ​ຟື້ນ, ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ ”
ຂ່າວ/ບົດ​ອື່ນ