ໄຂງານບຸນນະຄອນຕວຽນກວາງ

(VOVWORLD) -ຕອນຄ່ຳວັນທີ 30 ກັນຍາ ຢູ່ ສະຫນາມຫລວງ ຫງວຽນເຕີດແທ່ງ ນະຄອນ ຕວຽນກວາງ, ຄະນະກຳມະການປະຊາຊົນແຂວງ ຕວຽນກວາງ ໄດ້ຈັດຕັ້ງພິທີໄຂງານບຸນນະຄອນ ຕວຽນກວາງ ປີ 2017. 
ໄຂງານບຸນນະຄອນຕວຽນກວາງ - ảnh 1 ງານບຸນນະຄອນ ຕວຽນກວາງ ປີ 2017

ເຂົ້າຮ່ວມພິທີ ມີທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ, ຜູ້ຕາງຫນ້າການນຳກະຊວງ, ຄະນະ, ຂະແຫນງການສູນກາງ, ຜູ້ແທນສາກົນ ແລະ ການນຳແຂວງຕວຽນກວາງພ້ອມກັບປະຊາຊົນນັບໝື່ນໆຄົນ ແລະ ນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ. ຈຸດເດັ່ນຂອງງານບຸນນະຄອນ ຕວຽນກວາງປີ 2017 ແມ່ນລາຍການ “ ງານບຸນໃນຍາມຄ່ຳຄືນຢູ່ນະຄອນ ຕວຽນກວາງ” ດ້ວຍ 60 ຮູບຈຳລອງໂຄມໄຟບຸນໄຫວ້ພະຈັນທີ່ງາມຕາ, ມີຄວາມໝາຍທີ່ສຸດ ພ້ອມດ້ວຍລາຍການຮ້ອງລຳທຳເພງຂອງພວກນ້ອງອະນຸຊົນເຍົາວະຊົນ. ກ່າວຄຳເຫັນໄຂພິທີ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຕີລາຄາສູງ ຂໍ້ລິເລີ່ມຈັດຕັ້ງງານບຸນນະຄອນ ຕວຽນກວາງ, ບຸນໄຫວ້ພະຈັນທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳສະເພາະຂອງ ຕວຽນກວາງ. ນີ້ຍັງແມ່ນເຫດການວັດທະນະທຳ, ສັງຄົມ, ແມ່ນຜະລິດຕະພັນທ່ອງທ່ຽວ ປະກອບສ່ວນໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງກ່ຽວກັບເຂດດິນແດນ, ມະນຸດ ແລະ ບັນດາຄຸນຄ່າວັດທະນະທຳຂອງແຂວງ ຕວຽນກວາງ ເຖິງທ່ອງທ່ຽວຢູ່ພາຍໃນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ