ໄຂງານປະກວດຄວາມເກັ່ງກ້າສາມາດສະແດງການຟ້ອນທົ່ວປະເທດ 2017

(VOVWORLD) - ຕອນຄ່ຳວັນທີ 14 ກໍລະກົດ, ຢູ່ຮ່າໂນ້ຍ, ກົມສິລະປະການສະແດງ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໄດ້ໄຂງານປະກວດຄວາມເກັ່ງກ້າສາມາດສະແດງການຟ້ອນ 2017.
ໄຂງານປະກວດຄວາມເກັ່ງກ້າສາມາດສະແດງການຟ້ອນທົ່ວປະເທດ 2017 - ảnh 1 (ພາບປະກອບອີນເຕີແນັດ)

ງານປະກວດປີນີ້ ໄດ້ດຶງດູດຜູ້ເຂົ້າຮ່ວມ 56 ຄົນ ທີ່ມາຈາກຫຼາຍແຂວງ, ນະຄອນໃນທົ່ວປະເທດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເວືອງຢຸຍບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໃຫ້ຮູ້ວ່າ.

        “ໃນຊຸມປີມໍ່ໆມານີ້ຢູ່ຫວຽດນາມ, ສິລະປະຟ້ອນ ດ້ວຍບັນດາຜູ້ມີຄວາມສາມາດຈະກາຍເປັນນັກສະແດງນັບມື້ນັບຫຼາຍຂຶ້ນ ໃນບັນດາການເຄື່ອນໄຫວວັດທະນະທຳ, ສິລະປະໃນທຸກແຖບຖິ່ນຂອງປະເທດຊາດ, ເຊິ່ງໄດ້ພິສຸດໃຫ້ເຫັນການຂະຫຍາຍຕົວຂອງປະເພດສິລະປະດັ່ງກ່າວ ໃນຊີວິດວັດທະນະທຳປະຊາຄົມ. ແຕ່ໃນເວທີສະແດງອາຊີບ ຍັງຂາດບັນດາລາຍການຟ້ອນທີ່ມີຄຸນນະພາບສູງ... ຈຸດປະສົງຂອງງານປະກວດຄັ້ງນີ້ິ້ແມ່ນເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງນັ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ