ໄຂງານປະກວດສີມືແຮງງານອາຊຽນ ຄັ້ງທີ 10 ຢູ່ຫວຽດນາມ

ໄຂງານປະກວດສີມືແຮງງານອາຊຽນ ຄັ້ງທີ 10 ຢູ່ຫວຽດນາມ - ảnh 1
(ໄຂ​ງານ​ປະ​ກວດ​ສີມື​​ແຮງ​ງານ​ອາ​ຊຽນ ຄັ້ງທີ 10 ຢູ່​ຫວຽດນາມ)

(vovworld) – ພິທີໄຂ​ງານ​ປະ​ກວດ​ສີມື​​ແຮງ​ງານອາ​ຊຽນ ຄັ້ງທີ 10 ຢູ່​ຫວຽດນາມ, ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 23/10, ຢູ່​ສູນ​ປະຊຸມ​ແຫ່ງ​ຊາດ ມິ້ດິ່ງ, ຮ່າ​ໂນ້ຍ, ດ້ວຍ​ຫົວ​ຂໍ້​ວ່າ “ທັກ​ສະ​ວິຊາ​ຊີບ - ​ຄຸນຄ່າ​ແທດ​ຈິງ​ຂອງ​ພວກ​ເຮົາ” (Skills – Our intrinsic values). ງານ​ປະ​ກວດ​ສີມື​​ແຮງ​ງານ​ອາ​ຊຽນ ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນາຍ​ຊ່າງ​ເກືອບ 300 ຄົນ ທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ, ​​ເຊິ່ງຈະ​ແຂ່ງຂັນກັນ​ໃນ 25​ ວິຊາ​, ​​​ໃນ​ນັ້ນ 23 ວິຊາ​​ທາງ​ການ ​ແລະ 2 ວິຊາ​ສະ​ແດງ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​​ວ່າ, ການ​ເພີ່ມ​ທະວີ​ການ​ບຳລຸງ​ສ້າງວິຊາຊີບ ​​ເພື່ອແນ​ໃສ່ຍົກ​ສູງ​ຄວາມ​ສາມາ​ດມີ​ວຽກ​ເຮັດ​ງານ​ທຳ ​ແລະ ​ເພີ່ມ​ທະວີ​ທັກ​ສະ​ຂອງ​ກຳລັງ​ຄົນ​ງານ ​​ເຊິ່ງແມ່ນ​ຈຸດໝາຍ​ທີ່​ໄດ້​ຢືນຢັນ​ໃນ​ຖະ​ແຫຼ​ງການ​ຂອງ​ບັນດາ​ການ​ນຳອາ​ຊຽນ ກ່ຽວ​ກັບ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ທັກ​ສະໃຫ້​ແກ່​ການ​ຟື້ນ​ຟູ​ເສດຖະກິດ, ການ​ເຕີບ​​ໂຕ​ຢ່າງ​ໝັ້ນຄົງ. ປະຈຸ​ບັນ, ບັນດາ​ປະ​ເທດ​ອາ​ຊຽນ ພວມ​ປະ​ເຊ​ີນໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ຫຼວງ​ກ່ຽວ​ກັບ​ແຫຼ່​ງຊັບພະຍາກອນ​ມະນຸດ ​ເພື່ອ​ຮັກສາ, ຟື້ນ​ຟູ​ເສດຖະກິດ ​ແລະ ພັດທະນາ. ​ເພາະສະ​ນັ້ນ, ​ເລື່ອງ​ຍົກ​ສູງ​ລະດັບ​ທັກ​ສະວິຊາ​ຊີບ​ໃຫ້​ຄົນ​ງານ​ແມ່ນ​ເນື້ອ​ໃນ​ມີ​ຄວາມ​ສຳຄັນ​ທີ່​ສຸດ, ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​​ໄວ ​ແລະ ໝັ້ນຄົງ​ຂອງ​ອາຊຽນ ​ເວົ້າ​ລວມ ​ແລະ ຂອງ​ແຕ່ລະ​ປະ​ເທດສະມາຊິກ​ອາ​ຊຽນ​ ເວົ້າ​ສະ​ເພາະ.

        “ຂ້າພ​ະ​ເຈົ້າ​ຫວັງ​ວ່າ, ຜ່ານງານ​ປະ​ກວດ​ສີມື​​ແຮງ​ງານອາ​ຊຽນຄັ້ງ​ນີ້, ພວກ​ເຮົາ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ບັນດາ​ມາດຖານທັກ​ສະ​ວິຊາຊີບໃນ​ກຸ່ມ​ອາ​ຊຽນ ​ໃນ​ການ​ຕີ​ລາຄາ​ລະດັບ​ທັກ​ສະ​ວິຊາ​ຊີບ​, ​ເປັນ​ການ​ເຄື່ອນ​ໄຫວ​​ສຳຄັນ​ທີ່​ສຸດ​ເມື່ອອາ​ຊຽນ ​ກາຍ​ເປັນ​ປະຊາ​ຄົມ​ລວມ​ໃນ​ວັນ​ທີ 31/12/2015 ຢ່າງ​ເປັນ​ທາງ​ການ. ດ້ວຍ​ຈິດ​ໃຈ​ນັ້ນ, ນາຍ​ຊ່າງ​ແຕ່ລະຄົນ ຕ້ອງ​ມານ​ະພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ສະ​ແດງ​ໃຫ້​ເຫັນຄວາມ​ສາມາດ​, ​ຫົວຄິດ​ປະດິດ​ສ້າງ, ຄວາມ​ເມົາ​ມົວ​ກັບ​​ວິຊາ​ຊີບເຊິ່ງຕົນ​ເອງ​ໄດ້​ເລືອກ​ເຟັ້ນ”.

        ​ງານ​ປະ​ກວດ​ສີມື​ແຮງ​ງານອາ​ຊຽນ ຈະ​ອັດ​ລົງ​ໃນ​ວັນ​ທີ 28/10.

ຂ່າວ/ບົດ​ອື່ນ