ໄຂ“ງານພົບປະແລກປ່ຽນວັດທະນະທຳໂຫ້ຍອານ-ຍີ່ປຸ່ນຄັ້ງທີ13“

ໄຂ“ງານພົບປະແລກປ່ຽນວັດທະນະທຳໂຫ້ຍອານ-ຍີ່ປຸ່ນຄັ້ງທີ13“ - ảnh 1
(ພາບປະກອບ)

(vovworld) - ຕອນ​ຄຳ່​ວັນ​ທີ 29/8, ຢູ່​ຄຸ້ມ​ເມືອງ​ເກົ່າ ​ໂຫ້​ຍອານ, ​ແຂວງ ກວາງ​ນາມ ​ໄດ້ ໄຂ “ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ ໂຫ້ຍ​ອານ - ຍີ່ປຸ່ນ ​ຄັ້ງ​ທີ 13 ປີ 2015“, ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ມູນ​ເຊື້ອຕ່າງໆ​ຄື: ​ແຕ່ງ​ຕົວ​ເປັນ​ບັນດາ​ຕົວ​ລະຄອນ​​ໃນ​ຮູບ​ເງົາກະຕຸ​ນຂອງ​ຍີ່ປຸ່ນ, ຕັດ​ເຈ້ຍ​ສິລະ​ປະ Kirigami, ຖ່າຍຮູບ​ເປັນ​ທີ່​ລະນຶກ​ກັບ​ເຊື້ອ Yukata, ສິລະ​ປະ Bonsaiຍີ່ປຸ່ນ, ​ໃນ​ໂອກາດ​ນີ້​ຍັງ​ດຳ​ເນີນ “ງານ​ປະ​ກວດ​ສີມື​ແຮງ​ງານ​ສຳລັບ​ຊ່າງ​ໄມ້​ສິລະ​ປະ ​ໂຫ້​ຍອານ - 2015“, ງານ​ບຸນລອຍກະ​ໂທ​ງ. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ​ຫວຽດນາມ ​ເວົ້າ​ວ່າ:

        “ກ່ອນ​ນີ້ 400 ປີ, ນະຄອນ ​ໂຫ້​ຍອານ ມີ​ຊາວ​ຍີ່ປຸ່ນ 1.000 ກວ່າ​ຄົນ​ດຳລົງ​ຊີວິດ. ດ້ວຍ​ປະຫວັດສາດ​ທີ່​ເປັນ​ມູນ​ເຊືອມາ​ແຕ່​ດົນ​ນານ, ກໍ່​ຄື​ການ​ພົວພັນ​ແລກປ່ຽນ​ຄື​ດັ່ງກ່າວ, ​ໂຫ້​ຍອານ ​ໄດ້​ຈັດ​ຕັ້ງ​ເຫດການພົວພັນ​ແລກປ່ຽນ​ວັດທະນະທຳ 13 ຄັ້ງ. ນີ້​ແມ່ນ​ເທື່ອ​ທີ​ສອງ​ທີ່​ຂ້າພະ​ເຈົ້າ​ມາ ​ໂຫ້​ຍອານ, ຂ້າພະ​ເຈົ້າ​ເຫັນ​ວ່າ​ມີ​ແຂກ​ທ່ອງ​ທ່ຽວ​ຍີ່ປຸ່ນຫຼາຍ​ຄົນມາ​ແຫ່ງ​ນີ້ ​ແລະ ກໍ່​ມີ​ວັດທະນະທຳ​ຫຼາຍ​ຢ່າງ​ທີ່​ຄ້າຍ​ຄື​ກັນ​ວັດທະນະທຳ​ຂອງ​ຍີ່ປຸ່ນ. ຂ້າພະ​ເຈົ້າ​ຄິດ​ວ່າ​ພວກ​ເຮົາ​ຄວນ​ພະຍາຍາມ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ອັນ​ດີງາມ​ນັ້ນ“.

ຂ່າວ/ບົດ​ອື່ນ