ໄຂງານມະຫາກຳກິລານັກສຶກສາ ຫວຽດນາມ ຢູ່ ມົດສະກູ ຄັ້ງທີ 20

ໄຂງານມະຫາກຳກິລານັກສຶກສາ ຫວຽດນາມ ຢູ່ ມົດສະກູ ຄັ້ງທີ 20 - ảnh 1
​ງານ​ມະ​ຫາ​ກຳ​ກິ​ລາ​ນັກ​ສຶກ​ສາ ຫວຽດ​ນາມ ປີ 2017
(ພາບ:vov.vn)

(vovworld) – ​​​​ໃນ​ລະ​ຫວ່າງວັນ​ທີ 23/4 - 7/5, ຢູ່​ນະ​ຄອນຫຼວງ ມົດ​ສະ​ກູ, ສ​ະ​ຫະ​ພັ​ນ​ລັດ​ເຊຍ ໄດ້​ຈັດ​ຕັ້ງ​ງານ​ມະ​ຫາ​ກຳ​ກິ​ລາ​ນັກ​ສຶກ​ສາ ຫວຽດ​ນາມ ປີ 2017. ວັນ​ທີ 23/4, ງານ​ມະ​ຫາ​ກຳ​ໄດ​້​ຈັດ​ພິ​ທີ​ໄຂ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກ​ສາ ແລະ ຜູ້​ແທນ, ແຂກ​ຖືກ​ເຊີນ​ເປັນ​ຈຳ​ນວນຫຼວງຫຼາຍ. ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ປີນີ້ ມ​ີ 22 ຄະ​ນະ​ນັກ​ກ​ິ​ລາ, ຂຶ້ນ​ກັບ 30 ອົງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ​​ຢ​ູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່​ນະ​ຄອນຫຼວງ ມົດ​ສະ​ກູ ແລະ ບັນ​ດາ​ເຂດ​ອ້ອມ​ຂ້າງ. ບັນ​ດາ​ນັກ​ກິ​ລາ​ໄດ້​ແຂ່ງ​ຂັນ​​​ກິ​ລາ​ປະ​ເພດອື່ນໆ​ຄື: ເຕະ​ບານ​ຊາຍ, ເຕະ​ບານ​ຍິງ, ແລ່ນ​ ແລະ ລານ, ດຶງ​ເຊືອກ… ໂຄງ​ປະ​ກອບ​ລາງວັນ​ອຸ​ດົມ​ສົມ​ບູນ​ດ້ວຍຫຼຽນ​ທັງ​ໝົດ​ປະ​ມານ 350 ຫຼຽນ.

                                       


ຕອບກັບ

ຂ່າວ/ບົດ​ອື່ນ