ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​ນັກ​ຮຽນ​ອາ​ຊຽນ​ປີ 2019

(VOVWORLD) - ວັນທີ 19 ກໍລະກົດ, ທວນໄຟອະມະຕະໄດ້ຖືກໃຕ້ຂຶ້ນຢູ່ສະໜາມກິລາ Holly Terang ນະຄອນ Semarang ປະເທດອິນໂດເນເຊຍ ເລິ່ມຕົ້ນງານມະຫາກຳກິລານັກຮຽນອາຊຽນປີ 2019 ຢ່າງເປັນທາງການໂດຍມີການເຂົ້າຮ່ວມຂອງນັກຮຽນ 10 ປະເທດອາຊຽນ.
ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​ນັກ​ຮຽນ​ອາ​ຊຽນ​ປີ 2019 - ảnh 1

(ພາບ: http://www.tdtt.gov.vn/)

   ວັນທີ 19 ກໍລະກົດ, ນັກຮຽນກ່ວາ 1100 ຄົນມາຈາກ 10 ປະເທດອາຊຽນ ເລີ່ມດຳເນີນການແຂ່ງຂັນບັນດາເນື້ອໃນທຳອິດ. ໃນເວລາ 7 ວັນດຳເນີນງານມະຫາກຳນັ້ນ, ບັນດານັກກິລາຈະໄດ້ແຂ່ງຂັນກິລາ 9 ປະເພດຄື: ແລ່ນແລະລານ, ຕີດອກປິກໄກ່, ລອຍນ້ຳ, ບານບ້ວງ, ເຕະກະເຕາະ, ບານສົ່ງ, pencak silat,  Tenis  ແລະ ຕີປິງປອງ.

  ງານມະຫາກຳກິລານັກຮຽນອາຊຽນຄັ້ງທຳອິດ ໄດ້ຈັດຂຶ້ນເມື່ອປີ 2009 ຢູ່ປະເທດໄທ. ປີ 2018 ຜ່ານມາ, ງານມະຫາກຳກິລານີ້ໄດ້ຈັດຂຶ້ນຢູ່ປະເທດມາເລເຊຍ ແລະ ປະເທດເຈົ້າພາບໄດ້ຮັບຫຼຽນຫຼາຍກ່ວາໝູ່

ຕອບກັບ

ຂ່າວ/ບົດ​ອື່ນ