ໄຂງານມະໂຫລານ “ຟ້ອນສາກົນ - 2017”

(VOVWORLD) - ພິທີໄຂງານມະໂຫລານ “ຟ້ອນສາກົນ - 2017” ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 16 ກັນຍາ, ຢູ່ແຂວງ ນີງບີ່ງ, ໂດຍກົມສິລະປະການສະແດງ, ສັງກັດກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ, ສະມາຄົມນັກສິລະປິນ ຫວຽດນາມ ສົມທົບກັນຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງ 15 ຫົວໜ່ວຍສາກົນ ແລະ 9 ຫົວໜ່ວຍສິລະປະ ຫວຽດນາມ

ໄຂງານມະໂຫລານ “ຟ້ອນສາກົນ - 2017” - ảnh 1ການສະແດງຂອງຄະນະ K-Arts,  ສ ເກົາຫຼີ

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເວືອງຢູຍບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:

        ງານມະໂຫລານ ຟ້ອນສາກົນ - 2017 ແມ່ນງານມະໂຫລານສິລະປະຟ້ອນອາຊີບ ດ້ວຍຂອບຂະໜາດສາກົນ ໄດ້ຮັບການຈັດຕັ້ງເປັນຄັ້ງທີ 2 ຢູ່ ຫວຽດນາມ, ໄດ້ເຕົ້າໂຮມບັນດາຫົວໜ່ວຍສະແດງສິລະປະຟ້ອນທີ່ດີເດັ່ນຂອງຫຼາຍປະເທດດ້ວຍຫຼາຍຮູບແບບການສະແດງສິລະປະຟ້ອນຄື: ຟ້ອນພື້ນເມືອງ, ຟ້ອນທັນສະໄໝ… ງານມະໂຫລານຈະແມ່ນວັນບຸນມີຫົວຄິດປະດິດສ້າງ, ແມ່ນການແຂ່ງຂັນຂອງບັນດານັກສິລະປິນຢູ່ພາຍໃນປະເທດ ແລະ ສາກົນ. ຂ້າພະເຈົ້າຫວັງວ່າ, ງານມະໂຫລານສາກົນ 2017 ຈະສືບຕໍ່ໄດ້ຢັ້ງຢືນເຄື່ອງໝາຍ ໃຫ້ແກ່ງານມະໂຫລານຟ້ອນສາກົນຢູ່ ຫວຽດນາມ ໃນຊຸມປີຕໍ່ໄປ.

       

ຕອບກັບ

ຂ່າວ/ບົດ​ອື່ນ