ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ11ປີ2014

ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ11ປີ2014 - ảnh 1
ທ່ານ ຫວູຫາຍ, ຫົວໜ້າຄະນະຈັດຕັ້ງງານມະໂຫລານ

(vovworld) – ຕອນ​ເຊົ້າ​ວັນ​ທີ 23/4, ຢູ່​ນະຄອນ ດ່າ​ລາດ (​ແຂວງ ​ເລີມ​ດົ່ງ), ງານ​ມະ​ໂຫລານ​ກະຈາຍສຽງ​ທົ່ວ​ປະ​ເທດ ຄັ້ງ​ທີ 11 ປີ 2014 ​ໄດ້​ເລີ່​ມ​ເຄື່ອນ​ໄຫວ​ເປັນ​ມື້​ທຳ​ອິດ. ສະພາ​ກວດ​ສອບ​ເຊິ່ງລວມມີ​ບັນດາ​ອະນຸ​ກຳມະການ: ລາຍການ​ອອກ​ອາກາດ​ສົດ, ​ເລື່ອງ​ລາວຜ່ານ​ໂທລະ​ໂຄ່ງ ​- ສາລະ​ຄະດີ ​ແລະ ລາຍການ​ສັງ​ລວມ - ສຳພາດ​ຈະ​ຖືກ​ກວດ​ສອບ​ເພື່ອ​ຈັດ​ອັນ​ດັບ​ບັນ​ດາລາ​ຍການ​ກະຈາຍສຽງ​ຢູ່​ຮອບຄັດ​ເລືອກ. ຕາມ​ທ່ານ ​ໂງ​ຮ່ວາຍ​ນາມ ​ແລ້ວ, ຫົວໜ້າ​ພະ​ແນ​ກປະຈຳການ​ບັນນາທິການ​, ວິທະຍຸ​ກະຈາຍສຽງ ປະຊາຊົນ ນະຄອນ ​ໂຮ່ຈີ​ມິນ (VOH), ຫົວໜ່ວຍ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ຂະໜາ​ດ​ໃຫຍ່​ຄື​ແນວ​ນີ້, ຂ້າພະ​ເຈົ້າ​ຄິດ​ວ່າ ມີ​ຫຼາຍ​ກາ​ລະ​ໂອກາດ​ເພື່ອ​​ໃຫ້ພວກ​ຂ້າພະ​ເຈົ້າ​ຮຳ່ຮຽນ, ​ຖອດ​ຖອນບົດຮຽນ​ຈາກ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ແລະ ບັນດາ​ສະມາຄົມ​ນັກ​ຂ່າວ, ວິທະຍຸ​ກະຈາຍສຽງ​ແຂວງ, ນະຄອນ. ​ວິ​ທະຍຸ​ກະຈາຍສຽງ​​ແຕ່ລະ​ແຫ່ງລ້ວນ​ແຕ່​ມີ​ຈຸດ​ໃໝ່, ລ້​ວນ​ແຕ່​ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​, ຫົວຄິດ​ປະດິດ​ສ້າງສະ​ເພາະ​ຂອງ​ຕົນ. ຂ້າພະ​ເຈົ້າ​ຄິດ​ວ່າ​ງານ​ມະ​ໂຫລານ​ກະຈາຍສຽງ ຄັ້ງ​ທີ 11 ປີ 2014 ​ກໍ່ແມ່ນ​ກາລະ​ໂອກ​າດ​ເພື່ອ​ໃຫ້​ພວກ​ເຮົາ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ ​ແລະ ກັນ”


ຂ່າວ/ບົດ​ອື່ນ