ໄຂງານມະໂຫລານດົນຕີພື້ນເມືອງ “ຮ່າໂນ້ຍຖະໜົນ 36 ສາຍ”

(VOVWORLD) - ເພື່ອສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ແລະ ວັນດົນຕີ ຫວຽດນາມ ທີ 3 ກັນຍາ, ຕອນຄ່ຳວັນທີ 06 ສິງຫາ ທີ່ຮ່າໂນ້ຍ, ສູນພັດທະນາສິລະປະ - ດົນຕີພື້ນເມືອງ ຫວຽດນາມ 
ໄຂງານມະໂຫລານດົນຕີພື້ນເມືອງ “ຮ່າໂນ້ຍຖະໜົນ 36 ສາຍ” - ảnh 1 (ພາບປະກອບ)

ຈັດຕັ້ງພິທີໄຂງານມະໂຫລານດົນຕີພື້ນເມືອງດ້ວຍຫົວຂໍ້ວ່າ “ຮ່າໂນ້ຍຖະໜົນ 36 ສາຍ” ທີ່ຕະຫລາດກາງຄືນ ດົງຊວນ, ເມືອງ ຮ່ວານກ໋ຽມ, ຮ່າໂນ້ຍ. ເຂົ້າຮ່ວມງານມະໂຫລານມີ 25 ສ່ວນບຸກຄົນ ແລະ 12ສະໂມສອນດົນຕີພື້ນເມືອງຢູ່ ຮ່າໂນ້ຍ. ນັກປະພັນດົນຕີ ຖາວຢາງ ຜູ້ອຳນວຍການສູນພັດທະນາດົນຕີພື້ນເມືອງ, ຫົວໜ້າຄະນະກຳມະການ “ງານມະໂຫລານດົນຕີພື້ນເມືອງ” ໃຫ້ຮູ້ວ່າ:

        “ປີນີ້, ພວກຂ້າພະເຈົ້າປຸກລະດົມບັນດາສະໂມສອນ ເພື່ອເປີດກ້ວາງເຖິງບັນດາເມືອງໃນນະຄອນ ແລະ ແຂວງອ້ອມຂ້າງ ແຕ່ບໍ່ຈຳກັດຄືປີກາຍ. ໃນເດືອນ ສິງຫາ ນີ້ ພວກຂ້າພະເຈົ້າພ້ອມກັບປະຊາຊົນ ຈະແນະນຳບັນດາບົດເພງພື້ນເມືອງໃນຄ່ຳຄືນຂອງທຸກວັນເສົາ, ວັນທິດ, ໃນນັ້ນ ມີຫລາຍປະເພດຄື: ຂັບເຈົາວັນ, ຂັບສຳ, ຂັບກາຈູ ແລະ ຂັບລຳພື້ນເມືອງພາກໃຕ້…ພ້ອມກັນນັ້ນ ຍັງມີບັນດາບົດເພງປະຕິວັດ ທີ່ມີເນື້ອຮ້ອງພື້ນເມືອງ”.

 

ຕອບກັບ

ຂ່າວ/ບົດ​ອື່ນ