ໄຂງານມະໂຫລານໝູ່ບ້ານທ່ອງທ່ຽວເຂດຊຸມຊົນບັນດາແຂວງເຂດທາງທິດຕາເວັນຕົກສ່ຽງເໜືອປີ 2017

(VOVWORLD) - ຕອນຄ່ຳວັນທີ 07 ຕຸລາ, ທີ່ສະໜາມກິລາເມືອງ ມາຍເຈົາ ແຂວງ ຮ່ວາບີງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ຮ່ວາບີງ
ໄຂງານມະໂຫລານໝູ່ບ້ານທ່ອງທ່ຽວເຂດຊຸມຊົນບັນດາແຂວງເຂດທາງທິດຕາເວັນຕົກສ່ຽງເໜືອປີ 2017 - ảnh 1 ພິທີໄຂງານມະໂຫລານໝູ່ບ້ານທ່ອງທ່ຽວເຂດຊຸມຊົນບັນດາແຂວງເຂດທາງທິດຕາເວັນຕົກສ່ຽງເໜືອເປີດກ້ວາງປີ 2017 (ພາບ: ອິນເຕີແນັດ)

ຈັດຕັ້ງພິທີໄຂງານມະໂຫລານໝູ່ບ້ານທ່ອງທ່ຽວເຂດຊຸມຊົນບັນດາແຂວງເຂດທາງທິດຕາເວັນຕົກສ່ຽງເໜືອເປີດກ້ວາງປີ 2017. ງານມະໂຫລານແມ່ນໂອກາດ ເພື່ອແນະນຳກ່ຽວກັບຮູບແບບການເຄື່ອນໄຫວທ່ອງທ່ຽງເຂດຊຸມຊົນ ທີ່ມີຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອເອກະລັກສະເພາະຂອງບັນດາເຜົ່າອ້າຍນ້ອງ; ເຊີດຊູບັນດາໝູ່ບ້ານທ່ອງທ່ຽວເຂດຊຸມຊົນ ທີ່ດີເດັ່ນໃນເຂດຕາເວັນຕົກສ່ຽງເໜືອເປີດກ້ວາງ; ສ້າງເງື່ອນໄຂໃຫ້ປະຊາຊົນບັນດາໝູ່ບ້ານທ່ອງທ່ຽວເຂດຊຸມຊົນ ໄດ້ເປີດກ້ວາງການພົວພັນແລກປ່ຽນ, ແລກປ່ຽນບົດຮຽນ, ຍົກສູງທັກສະດ້ານວິຊາການໃນຂົງເຂດເຄື່ອນໄຫວທ່ອງທ່ຽວເຂດຊຸມຊົນ. ພ້ອມທັງແມ່ນໂອກາດ ເພື່ອໃຫ້ແຂວງ ຮ່ວາບີງ ແນະນຳເຖິງບັນດາແຂວງເພື່ອນມິດ, ແຂກທ່ອງທ່ຽວພາຍໃນປະເທດ ແລະ ຕ່າງປະເທດບັນດາສະຖານທີ່ທັດສະນະສຶກສາ, ຄົ້ນຫາທີ່ດູດດຶ່ມ; ບັນດາທັດສະນີຍະພາບທີ່ສວຍງາມ, ຜະລິດຕະພັນທ່ອງທ່ຽວເຂດຊຸມຊົນຂອງແຂວງ ແລະ ພິເສດແມ່ນບັນດາສະຖານທີ່ທ່ອງທ່ຽວເຂດຊຸມຊົນ ຂອງເມືອງ ມາຍເຈົາ.

ຕອບກັບ

ຂ່າວ/ບົດ​ອື່ນ