ໄຂງານວາງສະແດງ “ປະທານໂຮ່ຈິມິນກັບ ປະເທດລັດເຊຍຜ່ານ ເອກະສານສະສົມ“


ໄຂງານວາງສະແດງ “ປະທານໂຮ່ຈິມິນກັບ ປະເທດລັດເຊຍຜ່ານ ເອກະສານສະສົມ“ - ảnh 1 

(ພາບ: vov)

(vovworld) –​​​​​​​​​ ຕອນ​ເຊົ້າວັນ​ທີ 6/11, ​​ ໄດ້​ໄຂໄຂ​ງານ​ວາງສະ​ແດງປະທານໂຮ່ຈິມິນກັບປະເທດລັດເຊຍຜ່ານເອກະສານສະສົມເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 97 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ​ປະສົບ​ຜົນສຳ​ເລັດ (7/11/1917-7/11/2014) ​ແລະ ມຸ່ງ​ໄປ​ເຖິງ​ພິທີ​ສະ​ເຫຼີ​ມສະ​ລອງ 65 ປີ​ແຫ່ງ​ວັນ​ສ້າງຕັ້ງ ສາຍພົວພັນ​ທາງ​ການ​ທູດ​ຫວຽ​ດນາມ-​ລັດ​ເຊຍ (30/1/1950-30/1/2015).

  ງານ​ວາງສະ​ແດງ​ໄດ້​ສະ​ແດງ​ເອກະສານ, ຮູບ​ພາບ ​ແລະ ວັດຖຸ​ພັນ​ກ່ວາ 200 ຢ່າງ ຊື່​ງ​ໄດ້​ສ່ອງ​ແສງ​ເຖິງ​ການ​ເຄື​ອ່ນ​ໄຫວ​ຂອງ​ປະທານ​ໂຮ່ຈິ​ມິນ​ຢູ່​ລັດ​ເຊຍ; ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ພັກ, ປຊຊ ສອງ​ປະ​ເທດ​ຫວຽດນາມ-​ລັດ​ເຊຍ ​ແລະ ຮູບ​ພາບ​ປະທານ​ໂຮ່ຈິ​ມິນ​ໃນ​ດວງໃຈ ປຊຊ ລັດ​ເຊຍ. ງານ​ວາງສະ​ແດງ​ໄດ້​ປະກອບສ່ວນ​ໂຄສະນາ, ຍົກ​ສູງ​ຄຸນສົມບັດ, ​ແນວທາງ​ການ​ທູດ, ​ແນວ​ຄິດ​ສັນຕິພາບຂອງ​ປະທານ​ໂຮ​ຈິ​ມິນ; ບຸຳລຸງ​ສ້າງ, ສຶກສາ​ອົບຮົມ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ, ການ​ຮ່ວມ​ມື​ກັບ​ສາກົນ ​ແລະ ປັບປຸງ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ ບົນ​ພື້ນຖານ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ອະດີດ ຕະການ ​ແລະ ​ເປີດ​ທິດ​ພັດທະນາ​ໃນ​ອະນາຄົດ. ງານ​ວາງສະ​ແດງ​ຈະ​ອັດ​ລົງ​ໃນ​ວັນ​ທີ 5/12 ຈະ​ມາ​ເຖິງ./.

ຂ່າວ/ບົດ​ອື່ນ