ໄຂງານວາງສະແດງ “ພະລັງຊີວິດ ເຈື່ອງຊາ - ສີສັນນ້ຳໃຈອາສາສະໝັກ”

(VOVWORLD) - ວັນທີ 14 ມີນາ, ທີ່ຫໍພິພິທະພັນແຂວງ ຮຶງອຽນ, ຫໍພິພິທະພັນໄວໜຸ່ມ ຫວຽດນາມ ໄດ້ສົມທົບກັບຫໍພິພິທະພັນແຂວງ ຮຶງອຽນ ຈັດຕັ້ງພິທີໄຂງານວາງສະແດງ “ພະລັງຊີວິດ ເຈື່ອງຊາ - ສີສັນນ້ຳໃຈອາສາສະໝັກ”.
ໄຂງານວາງສະແດງ “ພະລັງຊີວິດ ເຈື່ອງຊາ - ສີສັນນ້ຳໃຈອາສາສະໝັກ”  - ảnh 1ພິທີໄຂງານວາງສະແດງ “ພະລັງຊີວິດ ເຈື່ອງຊາ - ສີສັນນ້ຳໃຈອາສາສະໝັກ”  (ພາບ: Hungyentv.vn)

ຮູບຖ່າຍ 150 ແຜ່ນ ພ້ອມກັບວັດຖຸພັນຕ່າງໆໄດ້ວາງສະແດງດ້ວຍເນື້ອໃນແມ່ນ 3 ຫົວເລື່ອງລວມມີ: “ອະທິປະໄຕທະເລໝູ່ເກາະ” ໄດ້ວາງສະແດງແຜນທີ່-ຄວາມເອກອ້າງທະນົງໃຈກ່ຽວກັບທະເລໝູ່ເກາະ ຫວຽດນາມ ດ້ວຍທຸງຊາດຢູ່ເຈື່ອງຊາ, ເຮືອນຮ້ານຍາມ DK1, ບັນດາກ່ຳປັ່ນທີ່ປະຕິບັດງານບົນທະເລ ພ້ອມດ້ວຍວັດຖຸເອກະສານກ່ຽວກັບອະທິປະໄຕ ຫວຽດນາມ ໃນໝູ່ເກາະ ຮ່ວາງຊາ. ຫົວເລື່ອງ “ພະລັງຊີວິດເຈື່ອງຊາ” ໄດ້ແນະນຳເຖິງຄວາມງາມທຳມະຊາດຂອງ ເຈື່ອງຊາ, ສ່ອງແສງເຖິງຊີວິດການເປັນຢູ່ຂອງກອງທັບ ແລະ ປະຊາຊົນຢູ່ໝູ່ເກາະ. ຫົວເລື່ອງ “ສີສັນນ້ຳໃຈອາສາສະໝັກ” ໄດ້ແນະນຳບັນດາການເຄື່ອນໄຫວປະຈັນບານ, ອາສາສະໝັກຂອງໄວໜຸ່ມໃນທົ່ວປະເທດອ່ວາຍໜ້າເມືອຫາເຂດທະເລໝູ່ເກາະ.

ຕອບກັບ

ຂ່າວ/ບົດ​ອື່ນ