ໄຂງານວາງສະແດງ“ປະເທດລັດເຊຍ-ປະເທດຊາດຂອງຂ້ອຍ”

ໄຂງານວາງສະແດງ“ປະເທດລັດເຊຍ-ປະເທດຊາດຂອງຂ້ອຍ” - ảnh 1
ບັນດາຮູບແຕ້ມ, ຮູບຖ່າຍຂອງ​ບັນດາ​ນັກ​ຈິດຕະກອນ,
ນັກ​ຖ່າຍຮູບ​ລັດເຊຍທີ່ງານວາງສະແດງ

(ພາບ: .baocaobang.vn)

(vovworld) –  ຕອນ​ຄຳ່​ວັນ​ທີ 4/5,​ ສູນວິທະຍາສາດ ​ແລະ ວັດທະນະທຳ ​ ລັດ​ເຊຍ ຢູ່ ຮ່າ​ໂນ້ຍ ​ໄດ້​ໄຂ​ງານ​ວາງສະ​ແດງ​ບັນດາ​ຮູບ​ແຕ້ມ​ຂອງ​ບັນດາ​ນັກ​ຈິດຕະກອນ, ນັກ​ຖ່າຍຮູບ​ທີ່ມີ​ຊື່​ສຽງ​ຂອງ​ປະ​ເທດ​ລັດ​ເຊຍ ດ້ວຍ​ຫົວ​ຂໍ້: “ປະ​ເທດ​ລັດ​ເຊຍ-​ປະ​ເທດ​ຊາດ​ຂອງ​ຂ້ອຍ”, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊ​ຊະນະ​ໃນ​ສົງຄາມ​ປ້ອງ​ກັນ​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່ (9/5/1945-9/5/2015). ຢູ່ທີ່​ນີ້​ໄດ້​ວາງສະ​ແດງ​ຮູບ​ແຕ້ມ,​ ຮູບຖ່າຍ 30 ຮູບ,​ ສ່ອງ​ແສງ​ໃຫ້​ເຫັນປະຫວັດສາດ ​ແລະ ທັດສະນີ​ຍະ​ພາບ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລັດ​ເຊຍ. ງານ​ວາງສະ​ແດງ ​ຈະ​ອັດ​ລົງ​ໃນ​ວັນ​ທີ 9/5/2015. ຕອນ​ຄຳ່​ວັນ​ທີ 5/5, ສູນວິທະຍາສາດ ​ແລະ ວັດທະນະທຳ ​ ລັດ​ເຊຍ ​ໄດ້​ຈັດ​ຕັ້ງງານ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ​ໃນ​ສົງຄາມປ້ອງ​ກັນ​ປະ​ເທດ​ຊາດອັນ​ຍິ່ງ​ໃຫຍ່.

ຂ່າວ/ບົດ​ອື່ນ