ໄຂງານວາງສະແດງສື່ມວນຊົນຫວຽດນາມປີ2016ຢູ່ລາວ

ໄຂງານວາງສະແດງສື່ມວນຊົນຫວຽດນາມປີ2016ຢູ່ລາວ - ảnh 1
ພິທີຕັດແຖບຜ້າໄຂງານວາງສະແດງ

(vovworld) –  ຕອນ​ບ່າຍ​ວັນ​ທີ 8/4, ຢູ່​ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ທີ່​ນະຄອນຫຼວງ ວຽງ​ຈັນ, ​ໄດ້​ໄຂ​ງານ​ວາງສະ​ແດງ​ສື່​ມວນ​ຊົນ ຫວຽດນາມ ປີ 2016. ທ່ານ ຫງວຽນ​ຮົ່ງມິ​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີຜ່ານມາ, ສື່​ມວນ​ຊົນ ຫວຽດນາມ ນັບ​ມື້​ນັບ​ພັດທະນາ​ທັງ​ດ້ານ​ປະ​ລິ​ມານ ​ແລະ ຄຸນ​ນະພາ​ບ, ​ໄປ​ຄຽງ​ຄູ່​ກັບ​ສະພາບ​ການ​ທຸກ​ດ້ານ​ຂອງ​ປະ​ເທດ​ຊາດ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ສື່​ມວນ​ຊົນ​ຍັງ​​ໄດ້​ສະໜອງ​ຮອບ​ດ້ານ​ກ່ຽວ​ກັບ​ສະພາບ​ການສາກົນ. ສື່​ມວນ​ຊົນ ຫວຽດນາມ ​ໄດ້​​ໃຫ້​ຂ່າວ​ຢ່າງ​ຫຼວງ​ຫຼາຍກ່ຽວ​ກັບ​ບັນດາ​ຜົນສຳ​ເລັດ ​ແລະ ສະພາບ​ການ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ລາວ​.

        ຜ່ານ​ບັນດາ​ສື່ສິ່ງ​ພິມຂອງ ຫວຽດນາມ ​ແລະ ລາວ, ​​ໄດ້​ຊ່ວຍ​ໃຫ້​ປະຊາຊົນ ລາວ ​ແລະ ຊາວ ຫວຽດນາມ ດຳລົງ​ຊີວິດ​ຢູ່ ລາວ ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ ກໍ່​ຄື​ປະກອບສ່ວນ​ປັບປຸງ​ນຳ້​ໃຈ​ມິດຕະພາບ ຫວຽດນາມ - ລາວ.

                                                    


ຂ່າວ/ບົດ​ອື່ນ