ໄຂງານວາງສະແດງຮູບຖ່າຍທ່ານເລຂາທິການໃຫຍ່ເຈື່ອງຈິງນັກຮຽນດີເດັ່ນຂອງປະທານໂຮ່ຈີມິນ

ໄຂງານວາງສະແດງຮູບຖ່າຍທ່ານເລຂາທິການໃຫຍ່ເຈື່ອງຈິງນັກຮຽນດີເດັ່ນຂອງປະທານໂຮ່ຈີມິນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ທີ່​ພິ​ທີ

(vovworld)_ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງທ່ານ ເຈື່ອງຈິງ, ອະ​ດີດເລຂາທິການໃຫຍ່​ພັກ​ກອມ​ມູ​ນິດ ຫວຽດ​ນາມຄົບຮອບ 110 ປີ, ຫ້ອງວ່າການສູນກາງພັກ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັນຈັດຕັ້ງງານວາງສະແດງຮູບຖ່າຍ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເຈື່ອງ​ຈິງ - ນັກ​ຮຽ​ນ​ດີ​ເດັ່ນ​ຂອງ​ປະ​ທານ​ໂຮ​ຈີ​ມິນ ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ຮູບ​ຖ່າຍ, ເອ​ກະ​ສານ, ວັດ​ຖຸ​ພັນ​ເກືອບ 200 ຢ່າງ, ໃນ​ນັ້ນ​ມີ​ເອ​ກະ​ສານຫຼາຍ​ສະ​ບັບ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ການ​ປະ​ກາດ, ແນະ​ນຳ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ຊີ​ວິດ ແລະ ພາ​ລະ​ກິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເຈື່ອງ​ຈິງ ໃນ​ຖາ​ນະເປັນ​ນັກ​ການ​ເມືອງ​ໂດດ​ເດັ່ນ, ນັກ​ວັດ​ທະ​ນະ​ທຳ​ໃຫຍ່, ນັກ​ຂ່າວ​ທີ່​ມີ​ຊື່​ສຽງ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເຈື່ອງ​ຈິງ ​ທີ່​ມີ​ຕໍ່​ການ​ປະ​ຕິ​ວັດ​ຫວຽດ​ນາມ. ໃນ​ສະ​ໝຸດ​ບັນ​ທຶກ​ຄວາມ​ຮູ້​ສຶກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢືນ​ຢັນ​ວ່າ ງານ​ວາງ​ສະ​ແດງ​ແມ່່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເຈື່ອງ​ຈິງ ຄົບ​ຮອບ 110 ປີ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ສະ​ເໜີ​ໃຫ້​ບັນ​ດາ​ອົງ​ການ​ສຳ​ນັກ​ງານ ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ແນະ​ນຳ​ເຖິງ​ມະ​ຫາ​ຊົນ​, ພິ​ເສດ​ແມ່ນ​ລຸ້ນ​ໜຸ່ມ​ກ່ຽວ​ກັບ​ແບບ​ຢ່າງ​ທີ່​ອົງ​ອາດ​ກ້າ​ຫານ, ບໍ່​ຍອມ​ຈຳ​ນົນ, ການ​ເສຍ​ສະຫຼະ​ຊີ​ວິດ​ອັນ​ສູງ​ສົ່ງ ແລະ ຄຸນ​ສົມ​ບັດ​ອັນສ່ອງ​ໃສ, ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະ​ຊາ​ຊົນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເຈື່ອງ​ຈິງ ເວົ້າ​ສະ​ເພາະ ແລະ ບັນ​ດາ​ນັກ​ຮົບ​​ປະ​ຕິ​ວັດ​ຜູ້​ອາ​ວຸດ​ໂສ​ເວົ້າ​ລວມ.


(

 


ຂ່າວ/ບົດ​ອື່ນ