ໄຂຊຸມວັນວັດທະນະທຳ ລັດເຊຍ ຢູ່ ຫວຽດນາມ

(VOVWORLD) - ຕອນຄ່ຳວັນທີ 05 ຕຸລາ ທີ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບກະຊວງວັດທະນະທຳ ສະຫະພັນ ລັດເຊຍ ພ້ອມດ້ວຍບັນດາອົງການຕາງໜ້າ 2 ປະເທດ ຫວຽດນາມ - ສະຫະພັນ ລັດເຊຍ ຈັດຕັ້ງພິທີໄຂຊຸມວັນວັດທະນະທຳ ລັດເຊຍ ຢູ່ ຫວຽດນາມ.
ໄຂຊຸມວັນວັດທະນະທຳ ລັດເຊຍ ຢູ່ ຫວຽດນາມ - ảnh 1ທ່ານ Zhuravskiy Alexander

ກ່າວຄຳເຫັນທີ່ພິທີໄຂ, ລັດຖະມົນຕີປະຈຳການ ຮອງລັດຖະມົນຕີກະຊວງວັດທະນະທຳ ສະຫະພັນ ລັດເຊຍ Zhuravskiy Alexander ເນັ້ນໜັກວ່າ ການພົວພັນດ້ານວັດທະນະທຳລະຫວ່າງສະຫະພັນ ລັດເຊຍ ແລະ ຫວຽດນາມ ຍາມໃດກໍ່ພັດທະນາຢ່າງຂະຫຍັນຂັນເຄື່ອນທີ່ສຸດ. ບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ ໄດ້ຈັດຕັ້ງຢູ່ 2 ປະເທດເປັນປະຈຳ ດ້ວຍຫລາຍຮູບການ ແລະ ຂອບຂະໜາດແຕກຕ່າງກັນ, ສວມບົດບາດສຳຄັນໃນການປັບປຸງ ແລະ ເພີ່ມທະວີການພົວພັນ 2 ຝ່າຍຂອງ 2 ປະເທດ. ທ່ານນາງ ຈິ້ງທິຖຸຍ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:

        “ຫວຽດນາມ ແລະ ສະຫະພັນ ລັດເຊຍ ມີມູນເຊື້ອການພົວພັນມິດຕະພາບອັນດີງາມ. ປະຈຸບັນ, ພາຍຫລັງກ່ວາ 60 ປີແຫ່ງການພົວພັນທາງການທູດ, ພວດເຮົາມີຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໃນນັ້ນມີຂົງເຂດວັດທະນະທຳນັບມື້ນັບພັດທະນາ. ການຮ່ວມມື ຫວຽດນາມ - ສະຫະພັນ ລັດເຊຍ ໃນບັນດາຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ນັບມື້ນັບໄດ້ຮັບການປັບປຸງ ແລະ ເພີ່ມທະວີ. ຊຸມວັນວັດທະນະທຳ ລັດເຊຍ ຢູ່ ຫວຽດນາມ ຄັ້ງນີ້ ຈະສືບຕໍ່ໄດ້ຮັບການປັບປຸງ, ເພີ່ມທະວີການພົວພັນທາງການທູດ, ການພົວພັນແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ, ປະກອບສ່ວນຊຸກຍູ້ນ້ຳໃນມິດຕະພາບການຮ່ວມມື, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໃຫ້ນັບມື້ນັບພັດທະນາກ່ວາອີກ.

ໄຂຊຸມວັນວັດທະນະທຳ ລັດເຊຍ ຢູ່ ຫວຽດນາມ - ảnh 2 ທ່ານນາງ ຈິ້ງທິຖຸຍ 

ຕອບກັບ

ຂ່າວ/ບົດ​ອື່ນ