ໄຂຖະໜົນດອກໄມ້ຕ້ອນຮັບບຸນເຕັດປີວອກ2016ຢູ່ທ້ອງຖິ່ນຕ່າງໆ

ໄຂຖະໜົນດອກໄມ້ຕ້ອນຮັບບຸນເຕັດປີວອກ2016ຢູ່ທ້ອງຖິ່ນຕ່າງໆ - ảnh 1
ໄຂ​ຖະ​ໜົນ​ດອກ​ໄມ້​​ຕ້ອ​ນ​ຮັບບຸນ​ເຕັດ​ປີ​ວອກ2016ຢູ່​ທ້ອງ​ຖິ່ນ​ຕ່າງໆ
(ພາບ: tuoitre)

(vovworld) –​ ຕອນ​ຄ່ຳ​ວັນ​ທີ 05/02, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​​ໄຂ​​ຖະ​ໜົນ​ດອກ​ໄມ້ ຫງວຽນ​ເຫ້ວ ບຸນ​ເຕັດ​ປີ​ວອກ 2016 ຢູ່​ເມືອງ 1, ນະ​ຄອນ​ໂຮ່​ຈິ​ມິນ. ທີ່​ພິ​ທີ​ໄຂ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ພ້​ອ​ມ​ກັບ​ບັນ​ດາ​ການ​ນຳ​ພັກ, ລັດ, ການ​ນຳ​ນະ​ຄອນ​ໂຮ່​ຈ​ິ​ມິນ ໄດ້​ຖະ​ຫວາຍ​ດອກ​ໄມ້, ອາ​ໄລ​ຫາ​ຢູ່​ອະ​ນຸ​ສາ​ວະ​ລີ​ປະ​ທານ​ໂຮ່​ຈິ​ມິນ. ຖະ​ໜົນ​ດອກ​ໄມ້ ຫງວຽນ​ເຫ້ວ​ ປີນ​ີ້​ມີ​ຫົວ​ຂໍ້​ວ່າ “ນະ​ຄອນ​ໂຮ່​ຈິ​ມິນ ມີ​ຫົວ​ຄິດ​ປະ​ດິດ​ສ້າງ - ເຊື່ອມ​ໂຍງ - ພັດ​ທະ​ນາ”.

      ແລະ​ກ​ໍ​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ຢູ່​ນະ​ຄອນ​ເກີນ​ເທີ ໄດ້​ຈັດ​​ພິ​ທີ​​ໄຂຖະ​ໜົນ​ດອກ​ໄມ້, ດອກ​ໄຟ​ແສງ​ສີ​ສິ​ລະ​ປະ​ຂ່ຳ​ນັບ​ຊົມ​ເຊີຍ​ພັກສະ​ຫງ່າ​ງາມ, ​ຕ້ອນ​ຮັບ​ບຸ​ນ​ເຕັດ​ປີວອກ 2016​.

      ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ງານ​ບຸນ​ຖະ​ໜົນ​ດອກ​ໄມ້ ເຈີນ​ບຽນ, ບຸນ​ເຕັດ​ປີ​ວອກ 2016 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ດ້ວຍ​ຫົວ​ຂໍ້​ວ່າ “ດົ່ງ​ນາຍ​ຂໍ່​າ​ນັບ​ຮັບ​ຕ້ອນ​ປີ​ໃໝ່ 2016”, ມຸ່​ງ​ໄປ​ເຖິງ​ຄວາມ​ຫວັງ​ກ່ຽວ​ກັບ​ແງ່​ຫວັງ​ທີ່​ສົດ​ໄສ​ຂອງ​ເຂດ​ດິນ​ແດນ ດົ່ງ​ນາຍ.

ຂ່າວ/ບົດ​ອື່ນ