ໄຂປີສະເຫລີມສະຫລອງ40ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ-ເຢຍລະມັນ(1975-2015)

ໄຂປີສະເຫລີມສະຫລອງ40ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ-ເຢຍລະມັນ(1975-2015) - ảnh 1

(vovworld)-ຕອນ​ຄ່ຳ​ວັນ​ທີ 27/1, ຢູ່ ນະ​ຄອນ​ຫລວງ Berlin ປະ​ເທດ​ເຢຍ​ລະ​ມັນ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ເຢຍ​ລະ​ມັນ​ໄດ້​ໄຂ​ປີ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດລະ​ຫວ່າງ ຫວຽດ​ນາມ ແລະ ເຢຍ​ລະ​ມັນ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຫງວຽນ​ທິ​ຮ​ວ່າງ​ແອງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ເຢຍ​ລະ​ມັນ ເນັ້ນ​ຫນັກ​ເຖິງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ ແລະ ເຢຍ​ລະ​ມັນ ໄດ​້​ພັດ​ທະ​ນາ​ກະ​ໂດດ​ຂັ້ນ ດ້ວຍ​ບັນ​ດາ​ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງໄດ​້​ກາຍ​ເປັນ​ເຫດ​ການ​ປະ​ຈຳ​ປີ. ທ່ານ​​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ຖື​ວ່າ: ການ​ຢ້ຽມ​ຢາມ ຫວຽດ​ນາມ ຈະ​ມາ​ເຖິງ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ Frank Walter Steinmeier ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ Norbert Lammert ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າ​ງ​ສອງ​ປະ​ເທດ ຍິ່ງ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ.

       

 

 

 

 

ຂ່າວ/ບົດ​ອື່ນ