ໄຂລາຍການທ່ອງທ່ຽວ “ ຜ່ານບັນດາເຂດທ່ອງທ່ຽວມໍລະດົກຫວຽດບັກ”

(VOVWORLD) -ລາຍການທ່ອງທ່ຽວ “ ຜ່ານບັນດາເຂດທ່ອງທ່ຽວມໍລະດົກຫວຽດບັກ” ຄັ້ງທີ 9 ແລະ ສັບປະດາທ່ອງທ່ຽວ ບາເບ-ບັກກ້ານປີ 2017 ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 18 ພະຈິກຢູ່ປ່າສະຫງວນແຫ່ງຊາດບາເບ ໃນແຂວງບັກກ້ານ
ໄຂລາຍການທ່ອງທ່ຽວ “ ຜ່ານບັນດາເຂດທ່ອງທ່ຽວມໍລະດົກຫວຽດບັກ” - ảnh 1ໄຂລາຍການທ່ອງທ່ຽວ“ ຜ່ານບັນດາເຂດທ່ອງທ່ຽວມໍລະດົກຫວຽດບັກ”

ລາຍການທ່ອງທ່ຽວ “ ຜ່ານບັນດາເຂດທ່ອງທ່ຽວມໍລະດົກຫວຽດບັກ” ຄັ້ງທີ 9 ແລະ ສັບປະດາທ່ອງທ່ຽວ ບາເບ-ບັກກ້ານປີ 2017 ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 18 ພະຈິກຢູ່ປ່າສະຫງວນແຫ່ງຊາດບາເບ ໃນແຂວງບັກກ້ານ ເພື່ອແນໃສ່ໂຄສະນາເຜີຍແຜ່ກ່ຽວກັບດິນແດນ, ປະຊາຊົນ ແລະ ວັດທະນະທຳ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ 6 ແຂວງໃນເຂດຖານທີ່ໝັ້ນຫວຽດບັກ ລວມມີ ກາວບັງ, ບັກກ້ານ, ລ້າງເຊີນ, ທ້າຍງວຽນ, ຕວຽນກວາງ ແລະ ຮ່າຢາງ. ລາຍການກໍເປັນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມທົ່ວເຂດຫວຽດບັກ ກໍຄືທົ່ວປະເທດ. ກ່າວຄຳເຫັນທີ່ ລາຍການທ່ອງທ່ຽວ “ ຜ່ານບັນດາເຂດທ່ອງທ່ຽວມໍລະດົກຫວຽດບັກ” ຄັ້ງທີ 9, ທ່ານນາງ ດັ້ງທິບິກ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຖືວ່າ : 

     “ ເພື່ອໃຫ້ທ່ອງທ່ຽວມີສ່ວນປົວແປງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ສະເໜີບັນດາແຂວງໃນເຂດຫວຽດບັກຈົ່ງຮ່ວມແຮງຮ່ວມໃຈ, ຍູ້ແຮງການຮ່ວມສຳພັນຮ່ວມມືພັດທະນາການທ່ອງທ່ຽວ, ພ້ອມກັນເອົາໃຈໃສ່ເຖິງການລົບລ້າງຄວາມອິດຫິວຫຼຸດຜ່ອນຄວາມທຸກຍາກ, ຕັ້ງໜ້າຍູ້ແຮງການຫັນເປັນວຽກງານຂອງສັງຄົມ, ອະນຸລັກ ແລະ ເສີມຂະຫຍາຍສີສັນວັດທະນະທຳແຫ່ງຊາດ, ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ, ສ້າງຄວາມດູດດື່ມສະເພາະຂອງແຕ່ລະແຂວງ ແລະ ແຕ່ລະເຂດ ”

ຕອບກັບ

ຂ່າວ/ບົດ​ອື່ນ