ໄຂວັນບຸນ ກາເຟ ຫວຽດນາມ ຄັ້ງທີ 2 ປີ 2018

(VOVWORLD) - ບັນດາຄວາມມານະພະຍາຍາມຂອງຜູ້ປູກກາເຟ ແລະ ບັນດາວິສາຫະກິດປຸງແຕ່ງ, ດຳເນີນທຸລະກິດກ່ຽວກັບ ກາເຟ ໄດ້ນຳ ຫວຽດນາມ ກາຍເປັນປະເທດຢື່ນອັນດັບສອງກ່ຽວກັບການສົ່ງອອກກາເຟໃນໂລກ...
ໄຂວັນບຸນ ກາເຟ ຫວຽດນາມ ຄັ້ງທີ 2 ປີ 2018 - ảnh 1 ການມອບໃບຍ້ອງຍໍໃຫ້ບັນດາບຸກຄົນ, ຫົວໜ່ວຍມີການປະກອບສ່ວນຕັ້ງໜ້າທີ່ງານບຸນ

ຕອນຄ່ຳວັນທີ 10 ທັນວາ, ຢູ່ເທດສະບານ ຢາເຫງັຍ, ແຂວງ ດັກນົງ ໄດ້ໄຂວັນບຸນ ກາເຟ ຫວຽດນາມ ຄັ້ງທີ 2 ດ້ວຍຫົວຂໍ້ວ່າ “ພັດທະນາກາເຟ ຫວຽດນາມ ຕາມທິດໝັ້ນຄົງ”, ວັນບຸນ ກາເຟ ຫວຽດນາມ ດຳເນີນໄປໃນລະຫວ່າງວັນທີ 9 – 11 ທັນວາ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລກວັກແຢວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ໃຫ້ຮູ້ວ່າ: ບັນດາຄວາມມານະພະຍາຍາມຂອງຜູ້ປູກກາເຟ ແລະ ບັນດາວິສາຫະກິດປຸງແຕ່ງ, ດຳເນີນທຸລະກິດກ່ຽວກັບ ກາເຟ ໄດ້ນຳ ຫວຽດນາມ ກາຍເປັນປະເທດຢື່ນອັນດັບສອງກ່ຽວກັບການສົ່ງອອກກາເຟໃນໂລກ:

        “ວັນບຸນ ກາເຟ ຫວຽດນາມ ປີ 2018 ແມ່ນກາລະໂອກາດທີ່ດີເພື່ອໃຫ້ຂະແໜງ ກາເຟ ຫວຽດນາມ ເວົ້າລວມ ແລະ ແຂວງ ດັກນົງ ເວົ້າສະເພາະ ໄດ້ແນະນຳ ແລະ ໂຄສະນາຜະລິດຕະພັນກາເຟ ເຖິງເພື່ອນມິດສາກົນ ແລະ ພາຍໃນປະເທດ. ນີ້ແມ່ນໂອກາດສ້າງສາຍສຳພັນລະຫວ່າງຜູ້ຜະລິດ ກັບວິສາຫະກິດເພື່ອພັດທະນາບັນດາປະເພດ ກາເຟ ຢ່າງມີປະສິດທິຜົນ ແລະ ຍືນຍົງ”

        ແລະ ກໍ່ໃນວັນດຽວກັນຢູ່ແຂວງ ດັກນົງ, ໄດ້ຈັດຕັ້ງກອງປະຊຸມສຳມະນາພັດທະນາຂະແໜງ ກາເຟ ຫວຽດນາມ ແບບຍືນຍົງ. ປະຈຸບັນ, ຫວຽດນາມ ມີເນື້ອທີ່ປູກກາເຟກ່ວາ 645.000 ເຮັກຕາ, ສະມັດຕະພາບເມັດກາເຟບັນລຸສະເລ່ຍ 2 ໂຕນ/ເຮັກຕາ. ປີ 2017, ລາຄາການສົ່ງອອກເມັດກາເຟຂອງ ຫວຽດນາມ ບັນລຸ 3,2 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ