ໄຂວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ”

(VOVWORLD) - ວັນທີ 08 ທັນວາ, ທີ່ນະຄອນ ດ້ຽນບຽນຝູ (ແຂວງ ດ້ຽນບຽນ), ໄດ້ໄຂວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ”. 
ໄຂວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ” - ảnh 1ໄຂວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ” 

ນີ້ແມ່ນເຫດການສ້າງຂີດໝາຍ 56 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (1962 - 2018), ສະເຫຼີມສະຫຼອງ 41 ປີແຫ່ງວັນ 2 ປະເທດລົງນາມໃນສົນທິສັນຍາມິດຕະພາບ ແລະ ຮ່ວມມື (1977 - 2018). ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຮ່ວາງຫວີງບ໋າວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ຫົວໜ້າຄະນະຊີ້ນຳວັນບຸນ ເນັ້ນໜັກວ່າ:

        ນີ້ແມ່ນວັນບຸນຂອງພໍ່ແມ່ປະຊາຊົນຢູ່ບັນດາແຂວງຊາຍແດນ, ແມ່ນໂອກາດເພື່ອເພີ່ມທະວີການເຄື່ອນໄຫວວຽກງານຖະແຫຼງຂ່າວການຕ່າງປະເທດຢູ່ເຂດຊາຍແດນ ປະກອບສ່ວນຍົກສູງຄວາມຮັບຮູ້ສຳລັບທຸກຂັ້ນ, ທຸກຂະແໜງການ ແລະ ພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ ກ່ຽວກັບເຈດຈຳນົງຄວາມຮັບຜິດຊອບໃນວຽກງານຄຸ້ມຄອງ. ຫວັງວ່າ ວັນບຸນນ້ຳໃຈໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ ດ້ວຍເນື້ອໃນອຸດົມສົມບູນ, ແທດຈິງ ຈະແມ່ນວັນບຸນຂອງປະຊາຊົນແຂວງ ດ້ຽນບຽນ ແລະ ພໍ່ແມ່ປະຊາຊົນບັນດາແຂວງຊາຍແດນ.

ໄຂວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ” - ảnh 2

        ທີ່ພິທີ, ຜູ້ຕາງໜ້າການນຳສະຖານທູດ ລາວ ປະຈຳ ຫວຽດນາມ, ການນຳຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ພ້ອມກັນຢັ້ງຢືນການພົວພັນມິດຕະພາບ ຫວຽດນາມ - ລາວ ເປັນແບບຢ່າງ, ຫາຍາກກ່ຽວກັບຄວາມຜູກພັນສະໜິດແໜ້ນ, ສັດຊື່ບໍ່ລິສຸດ, ໂປ່ງໃສ ແລະ ເຕັມໄປດ້ວຍປະສິດທິຜົນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ